6 ເດືອນຕົ້ນປີ 2022 ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ມີຫຼາຍວຽກງານທີ່ພົ້ນເດັ່ນ

ກອງປະຊຸມສະຫຼຸບວຽກງານ ປະຈຳ 6 ເດືອນ ຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ຂອງຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2022 ຢູ່ຫ້ອງປະຊຸມຂອງຕົນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວິໄຊ ພູມີ ກຳມະການພັກແຂວງ ເລຂາຄະນະພັກຮາກຖານພະແນກໂຍທາທິການ ແລະ ຂົນສົ່ງແຂວງບໍລິຄຳໄຊ, ມີຄະນະພັກ, ເລຂາໜ່ວຍພັກ ແລະ ສະມາຊິກພັກພາຍໃນຮາກຖານເຂົ້າຮ່ວມ.

ຄະນະພັກຮາກຖານພະແນກ ຍທຂ ແຂວງ ປະກອບມີ 9 ໜ່ວຍພັກ ມີສະມາຊິກພັກທັງໝົດ 112 ສະຫາຍ, ຍິງ 29 ສະຫາຍ, ໃນໄລຍະ 6 ເດືອນຜ່ານມາ ໄດ້ເອົາໃຈໃສ່ເຊື່ອມຊືມແນວທາງນະໂຍບາຍຂອງພັກ, ມະຕິຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ເຊື່ອໝັ້ນຕໍ່ການນຳພາຂອງພັກ ໄດ້ເຂົ້າຮ່ວມຟັງປະຖະກະຖາວັນສຳຄັນ ແລະ ເອກະສານຕ່າງໆ ຂອງພັກ, ຂອງຊາດ 9 ຄັ້ງ, ເອົາໃຈໃສ່ ໃນການຈັດຕັ້ງປະຕິບັດລະບອບແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕຂອງພັກຢ່າງເຂັ້ມງວດ, ປະຕິບັດລະບອບປະຊຸມປຶກສາຫາລື ຕົກລົງວຽກງານເປັນຄະນະ, ຊຸກຍູ້ ແລະ ລົງຕິດຕາມຄວາມພ້ອມຂອງການກໍ່ສ້າງພັກ, ຄ່ຽນຖ່າຍແຮ່ເຫຼັກ ຢູ່ເມືອງຄໍາເກີດ, ບໍລິມາດຂົນສົ່ງສິນຄ້າ ປະຕິບັດໄດ້ 772,51 ພັນໂຕນ, ຂົນສົ່ງໂດຍສານ ໄດ້ 18.379 ພັນຄົນ, ໂຄງການກໍ່ສ້າງສະໝາມຂີ້ເຫຍື້ອ ປະຕິບັດໄດ້ 53,84%, ໂຄງການກໍ່ສ້າງຮ່ອງລະບາຍນໍ້າຝົນ ປະຕິບັດໄດ້ 14,79%.

ໂຄງການກໍ່ສ້າງ ນໍ້າປະປາ ເມືອງ ໄຊຈໍາພອນ ປະຕິບັດໄດ້ 52,68%, ໂຄງການກໍ່ສ້າງ ນໍ້າປະປາ ເມືອງປາກຊັນ ແລະ ປາກກະດີງ ປະຕິບັດໄດ້ 100%, ໂຄງການກໍ່ສ້າງທາງແຕ່ໂຮງໝໍແຂວງ ຫາ ບ້ານປາກປຶງ ມີຄວາມຄືບໜ້າໄດ້ 38,46%, ແຕ່ເມືອງ ໄຊຈໍາພອນ ຫາ ແທ່ງທຸຍ ມີຄວາມຄືບໜ້າໄດ້ 14,30%, ຂື້ນທະບຽນລົດ ປະຕິບັດໄດ້ 1.279 ຄັນ ເທົ່າກັບ 57% ຂອງແຜນການປີ, ພີມໃບຂັບຂີ່ຖາວອນ ປະຕິບັດໄດ້ 1.709 ໃບ ເທົ່າກັບ 57%, ໄດ້ກວດກາເຕັກນິກລົດ ປະຕິບັດໄດ້ 2.510 ຄັນ ເທົ່າກັບ 52%.

ສຳລັບທິດທາງແຜນການໃນຕໍ່ໜ້າ ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ – ແນວຄິດ ໃຫ້ຖັນແຖວພະນັກງານ, ສະມາຊິກພັກໃຫ້ມີຄວາມໜັກແໜ້ນ, ເພີ່ມທະວີ ສຶບຕໍ່ຈັດຕັ້ງຮ່ຳຮຽນ, ຄົ້ນຄວ້າເຊື່ອມຊືມ ມະຕິກອງປະຊຸມໃຫ່ຍຂອງຄະນະພັກຂັ້ນເທິງ, ເຜີຍແຜ່ຄຳສັ່ງ, ຂໍ້ກຳນົດ ກົດລະບຽບຂອງພັກ, ກົດຫມາຍຂອງລັດ ໃຫ້ພະນັກງານ – ສະມາຊິກພັກ ຢ່າງເປັນປົກກະຕິ ແລະ ໃຫ້ແຂງແຮງກວ່າເກົ່າ.

About admins16