ຖະແຫຼງຂ່າວການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II

ໃນຕອນບ່າຍຂອງວັນທີ 27 ກໍລະກົດ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ, ທ່ານ ນາງ ຟອງສະໜຸດ ພົງວິຈິດ ກຳມະການພັກແຂວງ, ເລຂາທິການສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II.

ໂດຍປະຕິບັດຕາມ ກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບປີ 2020, ມາດຕາ 60 ກອງປະຊຸມປະຈໍາ 6 ເດືອນຕົ້ນປີ ຂອງສະພາປະຊາຊົນຂັ້ນແຂວງ, ສະນັ້ນ ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ຈະໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າ ວັນທີ 10 – 12 ສິງຫາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ ໃນທ່າມກາງບັນຍາກາດທີ່ທົ່ວພັກ – ລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ການຟື້ນຟູຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ໃຫ້ເຂົ້າສູ່ສະພາບປົກກະຕິ.

ກອງປະຊຸມຄັ້ງນີ້ ຈະໄດ້ຄົ້ນຄວ້າພິຈາລະນາ, ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້: ພິຈາລະນາ, ຮັບຮອງເອົາບົດລາຍງານຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນເປັນຈຸດສຸມບູລິມະສິດຂອງແຂວງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນ ທ້າຍປີ 2022, ຮັບຟັງການລາຍງານຂອງພະແນກແຜນການ ແລະ ການລົງທຶນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນການລົງທຶນ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022, ຮັບຟັງການລາຍງານຂອງພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022, ຮັບຟັງການລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການຕິດຕາມ ກວດກາການດຳເນີນຄະດີ ຂອງອົງການສືບສວນ, ສອບສວນ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ປະຈຳ 6 ເດືອນທ້າຍປີ 2022, ຮັບຟັງການລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການແກ້ໄຂຄະດີທີ່ມີຄວາມຫຍຸ້ງຍາກ ໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ຮັບຟັງການລາຍງານຂອງຄະນະຮັບຜິດຊອບປະຕິບັດມາດຕະການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນໄລຍະຜ່ານມາ ຫາປະຈຸບັນ ແລະ ທິດທາງແຜນການໃນຕໍ່ໜ້າ.

ຮັບຟັງການລາຍງານຂອງພະແນກສຶກສາທິການ ແລະ ກິລາແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງສຶກສາທິການ ແລະ ກິລາ, ການປັບປຸງຄຸນນະພາບລະບົບການຮຽນ-ການສອນ ທຸກຊັ້ນທຸກສາຍໃນໄລຍະໃໝ່ ແລະ ການຄຸ້ມຄອງວຽກງານກິລາ-ກາຍຍະກຳ ຢູ່ພາຍໃນແຂວງ, ຮັບຟັງການລາຍງານຂອງຫ້ອງການບໍລິຫານເອກະສານຜ່ານປະຕູດຽວ ກ່ຽວກັບການຈັດຕັ້ງປະ ຕິບັດວຽກງານ ໃນໄລຍະຜ່ານມາ ມີຜົນສຳເລັດ, ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ທິດທາງແກ້ໄຂ, ພິຈາລະນາ, ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ແຕ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຫາ ເທື່ອທີ 3 ແລະ ທິດທາງແຜນການ ຫາກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາປະຊາຊົນແຂວງ ຊຸດທີ II, ພິຈາລະນາ, ຮັບຮອງເອົານິຕິກໍາຂອງແຂວງ ຈຳນວນໜຶ່ງ.

ພ້ອມນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກການນຳຂອງແຂວງ, ພະແນກການທີ່ກ່ຽວຂ້ອງ ຈຳນວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ, ພິເສດ ໃນເວລາດຳເນີນກອງປະຊຸມ ຍັງໄດ້ຖ່າຍທອດສົດ ບາງເນື້ອໃນທີ່ສຳຄັນຈຳນວນໜຶ່ງ ຜ່ານສະຖານີວິທະຍຸແຂວງບໍລິຄຳໄຊ ແລະ ຍັງໄດ້ເປີດກວ້າງການປະກອບຄຳຄິດ – ຄຳເຫັນ, ຄໍາສະເໜີ ຈາກພໍ່ແມ່ປະຊາຊົນບັນດາເຜົ່າ ມາຍັງກອງປະຊຸມ ຜ່ານໂທລະສັບສາຍດ່ວນ ໝາຍເລກ 054 156 ໂດຍບໍ່ເສຍຄ່າບໍລິການ.

About admins16