ກະສິກໍາ ຫວນຄືນມູນເຊື້ອສາຍພົວພັນການທູດ ແລະ ວັນເຊັນສົນທິສັນຍາມິດຕະພາບ – ການຮ່ວມມືລາວ – ຫວຽດນາມ

ພິທີປາຖະກະຖາຫວນຄືນມວນເຊື້ອ ວັນສ້າງຕັ້ງສາຍພົວພັນການທູດລາວ – ຫວຽດນາມ ຄົບຮອບ 60 ປີ ( 5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ – ຫວຽດນາມ ຄົບຮອບ 45 ປີ ( 18 ກໍລະກົດ 1977 – 18 ກໍລະກົດ 2022 ) ໄດ້ຈັດຂຶ້ນໃນວັນທີ 28 ກໍລະກົດ 2022 ຢູ່ຫ້ອງປະຊຸມພະແນກກະສິກໍາ ແລະ ປ່າໄມ້ແຂວງ ໃຫ້ກຽດປາຖະກະຖາໂດຍ ທ່ານ ພັດທະຈອນ ແກ້ວພຸດທະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ມີຄະນະພະແນກ, ບັນດາຂະແໜງການ ແລະ ພະນັກງານລັດຖະກອນພາຍໃນ ເຂົ້າຮ່ວມ.

ໃນສະພາບການທີ່ຂະບວນການຕໍ່ສູ້ຕ້ານພວກຈັກກະພັດອາເມລິກາ, ເພື່ອກອບກູ້ປະເທດຊາດຂອງປະຊາຊົນລາວ ແລະ ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະຫຍຸ້ງຍາກ, ດຸເດືອດ, ແຕ່ດ້ວຍໄຊຊະນະທີ່ສຳຄັນທັງດ້ານການເມືອງ, ການທະຫານ, ການຕ່າງປະເທດຂອງການປະຕິວັດລາວ, ສົນທິສັນຍາເຊີແນວ 1962 ກ່ຽວກັບລາວ ກໍ່ໄດ້ຮັບການລົງນາມ, ເປີດສັງກາດໃໝ່ໃຫ້ແກ່ການປະຕິວັດຂອງສອງປະເທດລາວ ແລະ ຫວຽດນາມ.

ດ້ວຍກາລະໂອກາດ ແລະ ເງື່ອນໄຂເອື້ອອໍານວຍນັ້ນ, ສອງປະເທດ ໄດ້ສ້າງສາຍພົວພັນການທູດນຳກັນຢ່າງເປັນທາງການ ໃນວັນທີ 5 ກັນຍາ1962, ນີ້ແມ່ນເຫດການປະຫວັດສາດສຳຄັນ, ເປັນຂີດໝາຍທີ່ສໍາຄັນຍິ່ງໃນສາຍພົວພັນລະຫວ່າງສອງປະເທດ. ພາຍຫຼັງສອງປະເທດ ໄດ້ຮັບການປົດປ່ອຍຢ່າງສົມບູນໃນປີ 1975 ເພື່ອເສີມຂະຫຍາຍ ສາຍພົວພັນລາວ – ຫວຽດນາມ ໃຫ້ມີການພັດທະນາຢ່າງຮອບດ້ານ ແລະ ນັບມື້ນັບນັບກ້າວເຂົ້າສູ່ລວງເລິກ, ສອງປະເທດ ໄດ້ລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື ໃນວັນທີ 18/7/1977, ໃນນັ້ນ ໄດ້ເນັ້ນໜັກ: “ສາຍພົວພັນພິເສດລາວ – ຫວຽດນາມ, ຄວາມສາມັກຄີສູ້ຮົບ ແລະ ມິດຕະພາບ ທີ່ບໍ່ມີສິ່ງໃດໆສາມາດເຮັດໃຫ້ສັ່ນສະເທືອນໄດ້ ລະຫວ່າງປະຊາຊົນລາວ ແລະ ຫວຽດນາມ, ຄວາມຮັກແພງຖານສະຫາຍອັນຍິ່ງໃຫຍ່ ລະຫວ່າງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ ໄດ້ຜ່ານການທົດສອບຮ່ວມສຸກຮ່ວມທຸກມາໃນຫຼາຍສິບປີ, ຮ່ວມສູ້ຮົບ, ຮ່ວມກັນຕີເອົາຊະນະສັດຕູຜູ້ຮຸກຮານ, ພ້ອມກັນຮ່ວມມື ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການສ້າງສາປະເທດຊາດເປັນມູນເຊື້ອໜຶ່ງທີ່ປະເສີດ, ເປັນກໍາລັງແຮງຊະນະເລີດຂອງສອງຊາດ, ສອງພັກ…”.

ຕະຫຼອດເສັ້ນທາງປະຫວັດສາດອັນອົງອາດກ້າແກ່ນ, ຕໍ່ຂະບວນວິວັດແຫ່ງການກຳເນີດ ແລະ ຂະຫຍາຍຕົວ ສະແດງໃຫ້ເຫັນເຖິງການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ – ຮັກແພງ ປານພີ່ນ້ອງເກີດຮ່ວມພໍ່ແມ່ດຽວກັນ, ໄດ້ຮ່ວມສຳພັນສູ້ຮົບຢູ່ຂຸມຄອງດຽວກັນ, ເຂົ້າເມັດຫັກ, ຜັກເສັ້ນໜຶ່ງກໍ່ບິແບ່ງປັນກັນກິນ ເພື່ອຕີຕ້ານສັດຕູຜູ້ຮຸກຮານ ແລະ ໄດ້ກາຍມາເປັນສາຍພົວພັນສາມັກຄີພິເສດ ແລະ ຮ່ວມມືຮອບດ້ານ ລະຫວ່າງສອງປະເທດລາວ – ຫວຽດນາມອ້າຍນ້ອງ ຈົນເຖິງປັດຈຸບັນນີ້.

About admins14