4 ໜ່ວຍຊາວໜຸ່ມ 642 ໄດ້ຮັບນາມມະຍົດ ຊາວໜຸ່ມ 4 ບຸກ


ໃນວັນທີ 6 ສິງຫາ 2020 ຂະແໜງຊາວໜຸ່ມ ກອງພັນໃຫຍ່ 642 ໄດ້ເປີດກອງປະຊຸມສະຫຼຸບວຽກງານຂະບວນການ ແລະ ຂໍ້ແຂ່ງຂັນ 4 ບຸກຂື້ນ ໂດຍການເປັນປະທານຂອງທ່ານ ພັນໂທ ຄໍາປິ່ງ ຄູນສົມເຮືອງ ຮອງຫົວໜ້າພະແນກການເມືອງ ທັງເປັນຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ມີສະມາຊິກຊາວໜຸ່ມທົ່ວກອງພັນໃຫຍ່ ເຂົ້າຮ່ວມ.


ທ່ານ ຮ້ອຍເອກ ໄມສາຄອນ ເພັດໄຊສີ ເລຂາໜ່ວຍຊາວໜຸ່ມ ໄດ້ຂື້ນຜ່ານຂະບວນການຂໍ້ແຂ່ງຂັນ 4 ບຸກຕະຫຼອດໄລຍະ 3 ປີຜ່ານມາ ວ່າ: ຂະແໜງຊາວໜຸ່ມກອງພັນໃຫຍ່ 642 ໄດ້ໃກ້ຊິດຕິດແທດກັບບັນດາໜ່ວຍຊາວໜຸ່ມຮາກຖານ ນຳພາສະມາຊິກເປັນເຈົ້າການປະຕິບັດ ຂໍ້ກຳນົດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງກອງທັບວາງອອກ, ອອກແຮງງານເພີ່ມພູນຜະລິດຜົນດ້ວຍການປູກຝັງ-ລ້ຽງສັດ, ຈັດຕັ້ງອອກແຮງລວມຕ້ອນຮັບວັນສໍາຄັນຕ່າງໆຂອງພັກ-ລັດ ຂອງກອງທັບ ແລະ ຍັງໄດ້ຊ່ວຍເຫຼືອພໍ່ແມ່ປະຊາຊົນທີ່ຂາດເຂີນແຮງງານໃນການຜະລິດ, ເຂົ້າຮ່ວມການຕອບຕ້ານໄພພິບັດ ເຊັ່ນ: ໄພນໍ້າຖ້ວມ, ໄພໄໝ້ປ່າ ແລະ ເຂົ້າຮ່ວມຂະບວນການແຂ່ງຂັນກິລາພາຍໃນກົມກອງ ແລະ ກົມກອງອ້ອມຂ້າງຈັດຂື້ນຢ່າງເປັນຂະບວນການ.

      ເພື່ອເປັນການເອກອ້າງເຖີງຜົນງານຂອງບັນດາສະມາຊິກ ແລະ ບັນດາໜ່ວຍຊາວໜຸ່ມ ທີ່ໄດ້ເຄື່ອນໄຫວໃນໄລຍະຜ່ານມາ ໃນພິທີ ກໍໄດ້ມອບໃບຢັ້ງຢືນ ນາມມະຍົດ 4 ບຸກໄລຍະ 3 ປີ ( 2017-2019 ) ໃຫ້ບຸກຄົນຈໍານວນ 33 ໃບ, ລວມໜູ່ 6 ໜ່ວຍ, ມອບໃບຍ້ອງຍໍ ໃຫ້ບຸກຄົນ 221 ໃບ, ລວມໝູ່ 6 ໜ່ວຍ ແລະ ໃບຊົມເຊີຍບຸກຄົນ 81 ໃບ, ລວມໝູ່ 6 ໜ່ວຍ,  ພ້ອມດຽວກັນນັ້ນ ແຕ່ລະໜ່ວຍກໍໄດ້ຂື້ນຈັບມືກັນຮັບຂໍ້ແຂ່ງຂັນອີກຕໍ່ໄປ.

About admin11