ບໍລິຄຳໄຊ ລະນຶກວັນສ້າງຕັ້ງອົງການແນວລາວສ້າງຊາດ ຄົບຮອບ 70 ປີ

ພິທີປາຖະກະຖາວັນສ້າງຕັ້ງແນວລາວສ້າງຊາດ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ສິງຫາ 2020 ຢູ່ສະໂມສອນໃຫຍ່ຂອງແຂວງ, ໃຫ້ກຽດປາຖະກະຖາໂດຍທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຄະນະກຳມະການແນວລາວສ້າງຊາດຂັ້ນແຂວງ, ເມືອງ, ຜູ້ຊົງຄຸນວຸດທິ, ພະນັກງານອາວຸໂສບຳນານ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະແນກການ ແລະ ລັດວິສາຫະກິດອອ້ມຂ້າງແຂວງ ເຂົ້າຮ່ວມຮັບຟັງ.

ອົງການຈັດຕັ້ງແນວລາວສ້າງຊາດ ໄດຮັບການສ້າງຕັ້ງຂຶ້ນໃນວັນທີ 13 ສິງຫາ 1950 ເບື້ອງຕົ້ນມີຊື່ວ່າ ແນວລາວອິດສະຫລະ, ໃນກອງປະຊຸມໃຫຍ່ຜູ້ແທນແນວລາວອິດສະຫລະສະໄຫມທີ I ທີ່ຈັດຂື້ນຢູ່ຕວຽນກວາງ ສສ ຫວຽດນາມ ທີ່ປະກອບດ້ວຍກຳມະການສູນກາງແນວລາວອິດສະຫລະ 15 ທ່ານ ໂດຍແມ່ນສະເດັດເຈົ້າ ສຸພານຸວົງ ເປັນປະທານ, ແນວລາວອິດສະຫລະໄດ້ຕາງຫນ້າພັກແບກຫາບພາລະກິດທຸກດ້ານ ນຳພາປະຊາຊົນລາວບັນດາເຜົ່າຕໍ່ສູ້ຕີເອົາຊະນະພວກຈັກກະພັັດລ່າເມືອງຂື້ນທັງເກົ່າ ແລະ ໃໝ່, ກອງປະຊຸມໃຫຍ່ແນວລາວອິດສະຫລະ ສະໄຫມທີ II ປີ 1956 ໄດ້ປ່ຽນຊື່ມາເປັນແນວລາວຮັກຊາດ ແລະ ກອງປະຂຸມໃຫຍ່ແນວລາວຮັກຊາດ ສະໄຫມທີ IV ປີ 1979 ໄດ້ຕົກລົງປ່ຽນຊື່ອີກຄັ້ງຫນື່ງ ມາເປັນແນວລາວສ້າງຊາດ ຈົນເຖິງປະຈຸບັນນີ້.

ແນວລາວສ້າງຊາດແຕ່ເມືອກ່ອນຈົນເຖິງປະຈຸບັນ ແມ່ນນຳພາປະຊາຊົນບັນເຜົ່າທົ່ວປວງຊົນລາວທັງຊາດຕໍ່ສູ້ຢ່າງກ້າຫານ ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສະຖາປານາເປັນປະເທດ ສປປ ລາວ ໃນວັນທີ 02 ທັນວາ 1975 ແລະ ສືບຕໍ່ປຸກລະດົມຂົນຂວາຍທົ່ວປວງຊົນທັງຊາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ອົງການແນວລາວສ້າງຊາດ ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ປະຈຸບັນແມ່ນພວມຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະໄຫມທີ X ທີ່ມີກຳມະການສູນກາງແນວລາວສ້າງຊາດ 224 ທ່ານ, ຍິງ 47 ທ່ານ ແລະ ພະສົງ 14 ອົງ ໂດຍແມ່ນທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ເປັນປະທານສູນກາງແນວລາວສ້າງຊາດ ແລະ ມີອົງການຈັດຕັ້ງແນວລາວສ້າງຊາດຂັ້ນແຂວງ, ເມືອງ ແລະ ບ້ານ ທີ່ເຂັ້ມແຂງ.

ເພື່ອເປັນດານເອກອ້າງເຖີງຜົນງານໃນການຊີ້ນຳ ນຳພາ ແລະ ຜົນງານການເຄື່ອນໄຫວວຽກງານແນວລາວສ້າງຊາດ ໃນໄລຍະຜ່ານມາ ໃນພິທີ ໄດ້ມີການປະດັບຫຼຽນ 70 ປີ ແລະ ໃບຍ້ອງໃຫ້ແກ່ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

About admins16