ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງທ່າພະບາດຄັ້ງທີ 2 ສະໄໝທີ VI

 
ກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກເມືອງທ່າພະບາດ ຄັ້ງທີ 2 ສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 5 ສິງຫາ 2020 ຢູ່ຫ້ອງປະຊຸມປົກຄອງເມືອງທ່າພະບາດ ແຂວງບໍລິຄຳໄຊ ພາຍໃຕ້ການເປັນປະທານຂອງທ່ານ ປອ ດວງ ຕາ ມໍລະຄາສຸກ ເລຂາພັກເມືອງ ເຈົ້າເມືອງທ່າພະບາດ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄໍາໄຊ, ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າຫ້ອງການ, ປກສ-ປກຊ, ເລຂາພັກບ້ານ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

 

 

       ກອງປະຊຸມ ຍັງໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 16 ສະໄໝທີ VI ຂອງແຂວງ, ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນນະພາບການດໍາເນີນຄະດີອາຍາ ຕາມຂະບວນຍຸຕິທໍາ, ຮັບຟັງ ແລະ ປະກອບຄໍາຄິດເຫັນໃສ່ ການຜ່ານຮ່າງບົດຕີລາຄາການນໍາພາຂອງຄະນະພັກບໍລິຫານງານພັກເມືອງໃນໄລຍະ 6 ເດືອນຕົ້ນປີ ແລະ ທິດທາງສູ້ຊົນ 6 ເດືອນທ້າຍປີ 2020, ພ້ອມກັນນັ້ນ ບາງຂະແໜງການຂອງຫ້ອງການໄດ້ລາຍງານເປັນຕົ້ນ: ລາຍງານການຊຸກຍູ້ການຜະລິດລະດູຝົນ, ການສອບເສັງນັກຮຽນຈົບຊັ້ນ ປ5, ມ4 ແລະ ມ7, ລາຍງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນແກ້ໄຂການລະບາດຂອງພະຍາດໂຄວິດ – 19 ແລະ ຕ້ານການລະບາດພະຍາດຂອງໄຂ້ຍຸງລາຍ, ການຈັດເກັບລາຍຮັບເຂົ້າງົບປະມານໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນສືບຕໍ່ຈັດເກັບໃນຕໍ່ໜ້າເພື່ອໃຫ້ບຸນລຸຕາມແຜນການ, ລາຍງານການລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກເມືອງ ແລະ ມາດຕະການແກ້ໄຂຄວາມທຸກຍາກ ຂອງປະຊາຊົນໃນປີ 2020. ກອງປະຊຸມ ດຳເນີນ 2 ວັນ ຈຶ່ງຈະສຳເລັດ.

About admin11