31 ໜ່ວຍພັກ ທີ່ຂຶ້ນກັບຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ໄດ້ຮັບນາມມະຍົດ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ

ຕອນເຊົ້າ ວັນທີ 10 ມິຖຸນາ 2022 ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ໄດ້ຈັດພິທີ ມອບ – ຮັບ ໃບຢັ້ງຢືນຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ກົງຈັນ ໄຊປັນຍາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ – ກອງບັນຊາການ, ຄະນະພັກຮາກຖານ,  ຄະນະໜ່ວຍພັກ ຕະຫຼອດຮອດນາຍຕຳຫຼວດທີ່ໄດ້ຮັບການຍ້ອງຍໍເລື່ອນຊັ້ນ ແລະ ຮັບນະໂຍບາຍພັກອຸດໜູນບໍານານ ເຂົ້າຮ່ວມ.

ສະຫາຍພັນເອກ ຄໍາແພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ໄດ້ຂື້ນຜ່ານ ບົດສະຫຼຸບ ການກໍ່ສ້າງ ແລະ ກວດກາໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ທົ່ວຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງ ປະຈໍາປີ 2021 ແລະ ວາງທິດທາງແຜນການ ປີ 2022.

ທົ່ວຄະນະບໍລິຫານງານພັກ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ມີທັງໝົດ 39 ໜ່ວຍພັກ, 03 ຄະນະພັກຮາກຖານ ແລະ ມີ 03 ໜ່ວຍພັກຮາກຖານ, ມີສະມາຊິກພັກ 659 ສະຫາຍ, ຍິງ 136 ສະຫາຍ.

ໃນການຕີລາຄາກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ຜ່ານການທາບທາມລົງຄະແນນ ຈັດແບ່ງປະເພດ ຈໍານວນ 659 ສະຫາຍ, ຍິງ 136 ສະຫາຍ, ສະມາດຈັດສະມາຊິກພັກແຂງ 625 ສະຫາຍ, ຍິງ 133 ສະຫາຍ, ປະເພດກາງ 14 ສະຫາຍ, ຍິງ 01 ສະຫາຍ, ປະເພດອ່ອນ 01 ສະຫາຍ, ບໍ່ໄດ້ຈັດປະເພດ 19 ສະຫາຍ, ຍິງ 02 ສະຫາຍ ( ເຫດຜົນແມ່ນຍ້ອນເປັນສະມາຊິກພັກໃໝ່, ລາພັກປີ່ນປົວຍາວນານ), ຈັດປະເພດໜ່ວຍພັກແຂງ 31 ໜ່ວຍ, ໜ່ວຍພັກກາງ 06 ໜ່ວຍ, ບໍ່ໄດ້ຈັດ 02 ໜ່ວຍ ( ເປັນໜ່ວຍພັກສ້າງຕັ້ງໃໝ່ ).

ກອງປະຊຸມ ໄດ້ຜ່ານມະຕິຕົກລົງ ເລກທີ 162-170/ຄພປຂ, ລົງວັນທີ 03 ພຶດສະພາ 2022 ວ່າດ້ວຍການຮັບຮອງເອົາ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021, ໃນນັ້ນ ໄດ້ຮັບຮອງເອົາ 31 ໜ່ວຍພັກ ອ້ອມຂ້າງກອງບັນຊາການ ປກສ ແຂວງ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ  890, 891 ແລະ  891/ປກສ ລົງວັນທີ 27 ພຶດສະພາ 2022 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ 74 ສະຫາຍ, ຍິງ 08 ສະຫາຍ, ໃນນັ້ນ ຊັ້ນພັນຕີ ຂື້ນ ພັນໂທ 05 ສະຫາຍ, ຮ້ອຍເອກ ຂື້ນ ພັນຕີ 12 ສະຫາຍ, ຮ້ອຍໂທ ຂື້ນ ຮ້ອຍເອກ 57 ສະຫາຍ, ຍິງ 08 ສະຫາຍ.

ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ເລກທີ 807, 808 ແລະ  809/ປກສ ລົງວັນທີ 27 ພຶດສະພາ 2022 ວ່າດ້ວຍການອະນຸມັດໃຫ້ນາຍຕໍາຫຼວດ ຜູ້ຮອດກະສຽນອາຍຸ ເຂົ້າຮັບເງິນອຸດໜູນບໍານານ ຕາມນະໂຍບາຍຂອງພັກ – ລັດ ທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ, ໃຫ້ກຽດຂື້ນມອບໃບຢັ້ງຢືນ, ປະດັບຊັ້ນ ແລະ ມອບເງິນນະໂຍບາຍ ໃຫ້ຜູ້ທີ່ພັກການຮັບອຸດໜູນບໍານານ ໂດຍການພັດປ່ຽນກັນຂອງ ຄະນະພັກ – ຄະນະກອງບັນຊາການ ປກສ ແຂວງ.

 

 

About admin11