ຝຶກອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດ ເທບຈະເລີນການຄ້າຈໍາກັດ

 ວັນທີ 10 ມິຖຸນາ 2022 ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ບໍລິຄໍາໄຊ, ໄດ້ລົງໂຄສະນາ, ຝຶກອົບຮົມ ວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ບໍລິສັດ ເທບຈະເລີນການຄ້າຈໍາກັດ ເພື່ອເປັນການເພີ່ມຄວາມຮູ້ໃນການນໍາໃຊ້ໄຟຈາກອາຍແກ໊ສ ແລະ ເພີ່ມທະວີມີສະຕິໃນການສະກັດກັ້ນ ແລະ ຕ້ານອັກຄີໄພ ທີອາດຈະເກີດຂື້ນ ເຊີ່ງນໍາໂດຍ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ວ່າການຫົວໜ້າພະແນກ ຕຳຫຼວດສະກັດກັ້ນ ແລະ ຕ້ານ ອັກຄີໄພ ປກສ ແຂວງ, ພ້ອມທີມງານ. ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນສະຫວັດ ພີມມະສອນ ຫົວໜ້າບໍລິສັດ ເທບຈະເລີນການຄ້າຈໍາກັດ ແຂວງບໍລິຄໍາໄຊ ພ້ອມດ້ວຍ ພະນັກງານ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ໄດ້ຍົກໃຫ້ເຫັນເຖີງສາເຫດ ແລະ ຜົນເສຍຫາຍຈາກການເກີດອັກຄີໄພ ໄຟໄໝ້ຢູ່ຈຸດຕ່າງໆໃນໄລຍະຜ່ານມາ ໄດ້ສ້າງຄວາມເສຍຫາຍທາງດ້ານຊັບສິນ, ສຸຂະພາບ ແລະ ຊີວິດຂອງປະຊາຊົນບັນດາເຜົ່າ ເປັນຈໍານວນຫຼວງຫລາຍ ໃນແຕ່ລະປີ.

ຍ້ອນເຫັນໄດ້ເຖີງຜົນເສຍຫາຍ ແລະ ໄພອັນຕະລາຍດັ່ງກ່າວ ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ແຂວງ ຈຶ່ງໄດ້ລົງຝຶກອົບຮົມວິທີສະກັດກັ້ນ ແລະ ຕ້ານອັກຄີໄພ ຢູ່ ບໍລິສັດ ເທບຈະເລີນການຄ້າຈໍາກັດ ເພື່ອໃຫ້ຄະນະຮັບຜິດຊອບ ແລະ ພະນັກງານໄດ້ນໍາເອົາຄວາມຮູ້ດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປົກປ້ອງສິດຜົນປະໂຫຍດເພື່ອຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ພ້ອມທັງໄດ້ອະທິບາຍຄວາມຮູ້ພື້ນຖານກ່ຽວກັບການສະກັດກັ້ນ ແລະ ຕ້ານອັກຄີໄພ ວິທີປະຕິບັດເມື່ອເກິດອັກຄີໄພ ການເອົາຕົວລອດຈາກອັກຄີໄພ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກສະຖານທີເກີດເຫດ, ວິທີການນໍາໃຊ້ອຸປະກອນຂັ້ນພື້ນຖານໃນການດັບມອດໄຟໃນຂັ້ນເບື້ອງຕົ້ນ ເຊັ່ນ: ການໃຊ້ຜົງເຄມີແຫ້ງ, ການໃຊ້ນໍ້າມອດໄຟ, ເຄມີໂຟມ, ທາດອາຍບໍ່ຕິດໄຟ ແລະ ອື່ນໆ.

ຈາກນັ້ນ ກໍ່ໄດ້ມີການສາທິດ ແລະ ການນໍາໃຊ້ອຸປະກອນມອດໄຟຂັ້ນພື້ນຖານການຈໍາລອງເວລາມີເຫດການໄຟໄໝ້ຈາກຖັງແກັດໃຫ້ບັນດາຜູ້ເຂົ້າຮ່ວມຮັບຊົມ ແລະ ຈັດຕັ້ງລົງມືປະຕິບັດທົດລອງໂຕຈິງໃນການນໍາໃຊ້ບັ້ງມອດໄຟ, ການມອດໄຟຈາກຖັງແກັດ ການແກ້ໄຂສະກັດກັ້ນເຫດການໄຟໄໝ້ຂັ້ນພື້ນຖານກ່ອນທີ່ເຈົ້າໜ້າທີ່ດັບເພີງມາຊ່ວຍ, ວີທີຊ່ວຍເຫຼືອຕົນເອງ ແລະ ຜູ້ຖືກເຄາະຮ້າຍອອກຈາກສະຖານທີ່ເກີດເຫດໄດ້ຢ່າງປອດໄພ.

 ພາຍຫຼັງຝຶກອົບຮົມສໍາເລັດແລ້ວ ທ່ານ ພັນໂທ ຄອນສະຫວັນ ຈະເລີນສຸກ ກໍ່ໄດ້ມອບໃບຢັ້ງຢືນການຝຶກອົບຮົມວິທີສະກັດກັ້ນ ແລະ ການຕ້ານອັກຄີໄພ ໃຫ້ບໍລິສັດ ເທບຈະເລີນການຄ້າຈໍາກັດ ກ່າວຮັບໂດຍທ່ານ ບຸນສະຫວັດ ພີມມະສອນ ຫົວໜ້າບໍລິສັດ ເທບຈະເລີນການຄ້າຈໍາກັດ.

 

 

About admin11