ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບຈະລາຈອນທາງບົກ

 ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບຈະລາຈອນທາງບົກ     ຢູ່ເມືອງ ວຽງທອງ ແຂວງບໍລິຄໍາໄຊ, ໄດ້ຈັດຂຶ້ນ ໃນຕອນເຊົ້າ ວັນທີ 10 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມກອງບັນຊາການ ປກສ ເມືອງ, ໂດຍການເປັນປະທານ ຂອງທ່ານ ພັນໂທ ເດດ ມີໄຊ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງຕໍາຫຼວດ, ມີທ່ານ ພັນຕີ ຄໍາພວຍ  ກໍເພັງນະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ, ພະແນກຕໍາຫຼວດຈະລາຈອນ ປກສ ແຂວງ, ພະແນກຕໍາຫຼວດ ປກສ ເມືອງ,  ຕໍາຫຼວດຈະລາຈອນ ປກສ ເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດ ວຽກງານກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບຈະລາຈອນທາງບົກ ເຊິ່ງໄດ້ຈັດຕັ້ງປະຕິບັດ ໃນໄລຍະ 10 ວັນ ( ແຕ່ວັນທີ 26 ພຶດສະພາ  – 07 ມິຖຸນາ 2022 ) ເຫັນວ່າ ເມືອງ      ວຽງທອງ  ກໍ່ເປັນອີກເມືອງໜື່ງທີ່ມີສະພາບການສັນຈອນຍານພາຫະນະຫຼາຍ, ນັກຂັບຂີ່ຈໍານວນໜຶ່ງບໍ່ປະຕິບັດກົດລະບຽບຈະລາຈອນ, ຂັບຂີ່ລົດໄວເກີນກໍານົດ, ເມົາແລ້ວຂັບຂີ່ລົດ, ຂາດມາລະຍາດໃນການຂັບຂີ່ລົດ, ດັດແປງສະພາບເຕັກນິກລົດ, ຈອດລົດຊະຊາຍ, ຂັບລົດທີ່ບໍ່ມີໄຟຕາເຍືອງທາງ, ຂັບລົດເປັນພືງເປັນແພ, ແຕ່ງທໍ່ດັງລົບກວນຊາວບ້ານ ເປັນສາເຫດທີ່ພາໃຫ້ເກີດອຸປະຕິເຫດ.

ຄະນະຮັບຜິດຊອບ ໄດ້ສຸມໃສ່ວຽກງານໂຄສະນາ, ໂດຍໄດ້ນໍາເອົາບັນດາກົດລະບຽບຈະລາຈອນ, ຂໍ້ຫ້າມ ແລະ ລະບຽບການ ປັບໄໝຕໍ່ຜູ້ລະເມີດ ໂດຍລົງໂຄສະນາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນ, ນັກທຸລະກິດ, ນັກຮຽນ, ນັກສຶກສາ ໄດ້ 05 ຄັ້ງ ຄື:  ລົງໂຄສະນາຢູ່ຫ້ອງວ່າການປົກຄອງເມືອງວຽງທອງ, ຄ້າຍທະຫານ 617, ບ້ານເມືອງມ່ວນ, ບ້ານນ້ຳຢ້າງ ແລະ ໂຮງຮຽນ ມ.ສ ວຽງທອງ,  ມີຜູ້ຂົ້າຮ່ວມທັງໝົດ 1.342 ຄົນ, ຍິງ 489 ຄົນ.

ໄດ້ລົງຕັ້ງຈຸດກວດກາ ຕາມເສັ້ນທາງເລກທີ 1D ແລະ ຈຸດທີ່ມີຄວາມສ່ຽງຈະເກີດອຸປະຕິເຫດ ໄດ້ 10 ຄັ້ງ, ກວດກາລົດໄດ້ 337 ຄັນ, ພົບເຫັນລົດທີ່ລ່ວງລະເມີດ 108 ຄັນ, ໃນນັ້ນບໍ່ມີໃບອະນຸຍາດຂັບຂີ່ 17 ຄົນ,  ເຕັກນິກໝົດອາຍຸ 25 ຄັນ, ບໍ່ເສຍຄ່າທາງ 09 ຄັນ, ບໍ່ມີໃບອະນຸຍາດແລ່ນລົດ 02 ຄັນ, ປະກັນໄພໝົດກໍານົດ 21  ຄັນ, ບໍ່ໃສ່ໝວກກັນກະທົບ 26 ລາຍ. ສາມາດກັກຜູ້ຂັບຂີ່ 01 ຄົນ ທີ່ມີຢາບ້າໄວ້ໃນຄອບຄອງ ຈໍານວນ 03 ເມັດ, ເງິນກີບທະນາຄານ 1.180.000 ກີບ ມອບໃຫ້ ປກສ ເມືອງວຽງທອງ ເປັນຜູ້ດໍາເນີນ.  

ວິທີການແກ້ໄຂ  ໄດ້ສືກສາອົບຮົມ 56 ຄັນ,  ຂຽນໃບສັ່ງ 03 ໃບ, ກັກໃບອະນຸຍາດຂັບຂີ່ 01 ໃບ,  ກັກລົດຈັກ 02 ຄັນ,  ຂຽນບີນປັບໄໝ  49 ໃບ, ລວມເປັນເງິນ 2.700.000 ກີບ.

 

 

 

About admin11