ຊ່ຽວຊານການແພດບໍລິຄຳໄຊ ສ້າງຮອຍຍີ້ມ ແລະ ສຽງຫົວ ໃຫ້ 30 ຄົນ ໂດຍບໍ່ເສຍຄ່າ


ໃນວັນທີ 11 ພະຈິກ 2020 ນີ້ ຢູ່ທີ່ຫ້ອງປະຊຸມໂຮງໝໍຊຸມຊົນເມືອງຄໍາເກີດ ແຂວງບໍລິຄຳໄຊ ໄດ້ຈັດພິທີເປິດຕາທີ່ໄດ້ຜ່າຕັດມາແຕ່ວັນທີ 9-10 ເດືອນພະຈິກ ໂດຍການເຂົ້າຮ່ວມຂອງທ່ານ ດຣ ສອນໄຊ ປັນຍານຸວົງ ຫົວໜ້າພະແນກສາທາລະນະສຸກແຂວງບໍລິຄຳໄຊ, ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດ ແລະ ທ່ານ ດຣ ອ່ອນສີ ສີຈັນທະວົງ ຫົວໜ້າຫ້ອງການສາທາລະນະສຸກເມືອງຄຳເກີດ, ມີອຳນວຍການໂຮງໝໍແຂວງ, ອຳນວຍການໂຮງໝໍເມືອງ, ຄະນະຊ່ຽວຊານ ແລະ ຄົນເຈັບ ເຂົ້າຮ່ວມ.

ໃນພິທີ ມີຜູ້ເຂົ້າມາກວດທັງໝົດ 186 ຄົນ, ໄດ້ຜ່າຕັດຈໍານວນ 30 ຄົນ, ບັນດາຄົນເຈັບ ສ່ວນຫຼາຍເປັນຜູ້ເຖົ້າທີ່ມີບັນຫາເລື່ອງສຸຂະພາບຕາ.

 ຫຼັງຈາກນັ້ນ ທ່ານ ຜາສຸກ ຈູມມາລາວົງ ຮອງເຈົ້າເມືອງຄຳເກີດໄດ້ໂອ້ລົມ ແລະ ມີຄຳເຫັນຕໍ່ພິທີ ກ່ອນອື່ນ ທ່ານໄດ້ຍ້ອງຍໍ ແລະ ຂອບອົກຂອບໃຈມາຍັງຄະນະເເພດຊ່ຽວຊານຕາໂຮງໝໍແຂວງບໍລິຄຳໄຊ ທີ່ໄດ້ລົງຊ່ວຍຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າໃນຄັ້ງນີ້.

ແລະ ທ່ານ ຍັງຮຽກຮ້ອງມາຍັງ ຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະຊ່ຽວຊານຕາ ໃຫ້ສ້າງເງື່ອນໄຂ ເພື່ອລົງມາຊ່ວຍໂຮງໝໍຊຸມຊົນເມືອງ ຄຳເກີດໃນຕໍ່ໜ້າ.

About admin11