ເຈົ້າເມືອງໄຊຈຳພອນ ພ້ອມດ້ວຍຄະນະ ລົງກວດກາເສັ້ນທາງທີ່ຖືກຕັດຂາດ


ໃນວັນທີ 11 ພະຈິກ 2020 ນີ້ ການນຳເມືອງໄຊຈຳພອນ ໄດ້ລົງສຳຫຼວດກວດກາ ສະພາບການເປ່ເພເສຍຫາຍຂອງເສັ້ນທາງ ໂດຍພາຍໃຕ້ການນໍາພາ-ຊີ້ນຳຂອງ ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ.

ຜົນເສຍຫາຍຄັ້ງນີ້ ລະຫວ່າງ ບ້ານໂພນສີ ຫາ ເທດສະບານເມືອງໃໝ່ ບ້ານນ້ຳອ້ອນ ໄລຍະທາງ 23 ກິໂລແມັດ, ປະຈຸບັນ ລົດໃຫຍ່ບໍ່ສາມາດສັນຈອນໄປ-ມາໄດ້, ເນື່ອງຈາກເສັ້ນທາງເຊາະເຈື່ອນເປ່ເພຈໍານວນຫຼາຍ, ໃນໄລຍະ 1 ເດືອນ ການສຳຫຼວດພື້ນຖານ ເຫັນໄດ້ວ່າ 3 ຈຸດ ທີ່ເສຍຫາຍໝັກ ແມ່ນໄລຍະທາງ ແຕ່ບ້ານພຽງດີ ຫາບ້ານນ້ຳອ້ອນ.

ຜ່ານມາ ການສ້ອມແປງເສັ້ນທາງຫຼັງລະດູຝົນ ແມ່ນສົມທົບທຸກພາກສ່ວນລະດົມທຶນ ໃຊ້ແຮງງານຄົນສ້ອມແປງ ແກ້ໄຂສຸກເສີນໃຫ້ກັບພໍ່ແມ່ປະຊາຊົນ ເພື່ອໃຫ້ໄດ້ໄປມາຊົ່ວຄາວ.

 

About admin11