ຈຳປາສັກ ຂື້ນນຳເປັນອັນດັບ 1 ຂອງສາຍ ຂໍ ເຕະບານທົ່ວປະເທດ ສະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 45 ປີ ຮອບຄັດເລຶືອກ

ລາຍງານຈາກ: ສົງການ ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ.

ທັບນັກກິລາເຕະບານ ແຂວງຈຳປາສັກ ລົງສະໜາມນັດທີ 2 ໄລ່ແຊງເອົາຊະນະ ທັບນັກກິລາບານເຕະແຂວງເຊກອງ ໃນທ້າຍເກມ ໄປແບບສຸດເດືອດ 4-3 ປະຕູ ເກັບ 3 ຄະແນນສຳຄັນ ລວມມີ 6 ຄະແນນ ຫຍັບຂຶ້ນເປັນອັນດັບທີ 1 ຂອງກຸ່ມ ຂໍ, ສ່ວນ ແຂວງເຊກອງ ຈັ້ງຢູ່ອັນດັບທີ 2 ຈາກ 3 ນັດ ມີ 4 ຄະແນນ ເທົ່າກັນກັບ ແຂວງຜົ້ງສາລີ ແຕ່ລູກໄດ້ລູກເສຍ ແຂວງເຊກອງດີກວ່າ ໃນການແຂ່ງຂັນເຕະບານທີມຊາຍ ທົ່ວປະເທດ ຮອບຄັດເລືອກ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ.​

ການແຂ່ງຂັນຄູ່ບິກແມັດລາຍການແຂ່ງຂັນເຕະບານທີມຊາຍ ທົ່ວປະເທດ ຮອບຄັດເລືອກ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ ຂອງກຸ່ມ ຂໍ ເປັນການໂຄຈອນມາພົບກັນເອງຂອງທີມຈາກເຂດແຂວງພາກໃຕ້ ລະຫວ່າງ ແຂວງຈຳປາສັກ ເຕັ້ງແຊ໋ມລາຍການນີ້ ພົບກັບ ແຂວງເຊກອງ ທີມມາມືດ ທີ່ຫາກໍລະເບີດຟອມເກັ່ງ ໄລ່ເອົາຊະນະ ແຂວງວຽງຈັນ 2-0 ປະຕູ ທີມນຳກຸ່ມ ຂໍ ໄດ້ມີຂຶ້ນ ເມື່ອວັນທີ 11 ພະຈິກ ຜ່ານມາ ທີ່ສະໜາມກິລາກາງ ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ວິທະຍາເຂດ ດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມຊົມໂດຍທ່ານ ສົມພູ ພົງສາ ຜູ້ຊ່ວຍລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນຮອງປະທານ ແລະ ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດ ພ້ອມດ້ວຍຄະນະບໍລິຫານງານສະຫະພັນບານເຕະແຫ່ງຊາດ, ຄະນະນຳ, ຄູຝຶກ ແລະ ນັກກິລາຂອງທັງສອງແຂວງ ຕະຫຼອດຮອດກອງເຊຍເຂົ້າຮ່ວມຊົມ ແລະ ເຊຍຄັບຄາໜາແໜ້ນເຖິງ 3.800 ກວ່າຄົນ.

ການແຂ່ງຂັນ ພໍແຕ່ສຽງໝາກວີດດັງຂຶ້ນ ນັກກິລາທັງສອງແຂວງ ກໍເປີດເກມບຸກແລກໃສ່ກັນຢ່າງດຸເດືອດ ສົມເປັນຄູ່ທີ່ແຟນບານທົ່ວປະເທດລໍຄອຍຢາກຊົມ ຕ່າງຝ່າຍກໍຜັດປ່ຽນກັນບຸກ ແລະ ຮັບ ໂດຍສະເພາະເກມຂອງທີມແຂວງຈຳປາສັກ ມາໃນສະຕ໊າຍເດີມໃນການຕໍ່ບານສັ້ນ 1 ແລະ 2 ເຈາະກຳແພງ ແຂວງເຊກອງ ເກືອບໄດ້ປະຕູຂຶ້ນນຳຫຼາຍຄັ້ງ ແລະ ການລໍຄອຍຂອງແຟນບານຊາວຈຳປາສັກ ກໍມາເຖິງ ເມື່ອ ກວ້ຍເຈັງ ໜູພັກດີ ກອງກາງຕົວສະກາດໝາຍເລກ 17 ຍິງໄກ ບານໝຸດຈະສຽບເສົາສອງ ແຕ່ ບົວແກ້ວ ຢາງມີໄຊ ຜູ້ຮັກສາປະຕູ ເຊກອງ ບິນປັດບານບໍ່ພົ້ນ ບານເຂົ້າທາງ ສັງວອນ ພິມມະເສນ ອະດິດກອງໜ້າທີມຊາດລາວ ແປເນັ້ນໆ ສົ່ງບານຕຳກົ້ນຕາໜ່າງຢ່າງສວຍງາມ ໃຫ້ ຈຳປາສັກ ຂຶ້ນນຳກ່ອນ 1-0 ປະຕູ ໃນນາທີ 26, ຈາກນັ້ນ ເຊກອງ ກໍໃຊ້ບານຍາວເປີດເຂົ້າໃສ່ ຈຳປາສັກ ຫວັງຈະທວງປະຕູຄືນ ແຕ່ກໍບໍ່ສາມາດເຈາະກຳແພງອັນແຂງແກ່ນ ຈຳປາສັກໄດ້ ຈົນມາເຖິງທ້າຍເກມ ຈຳປາສັກ ໄດ້ເຕະມຸມ ຈາກ ທິບພະຈັນ ຄຳໃບອ່ອນ ເປີດບານລຽບເຂົ້າໜ້າປະຕູ ສັງວອນ ພິມມະເສນ ໜີການປະກົບກອງຫຼັງແປບານໜີມືປະຕູ ເຊກອງເຂົ້າໄປ  ຊ່ວຍໃຫ້ຈຳປາສັກໜີຫ່າງ 2-0 ປະຕູ ໃນນາທີ 40 ແລະ ກອ່ນຈະໝົດເວລາໃນເຄິ່ງທຳອິດ ຈັງຫວະ ເຊກອງ ໄດ້ເຕະມູມ ເປບຊີ ບຸດດາພອນ ເປີດຍາວເຂົ້າໜ້າປະຕູ ສົມຫວັງ ແກ້ວມຸກ ຜູ້ຮັກສາປະຕູ ຈຳປາສັກ ອອກໄປຕັດ ແຕ່ບໍ່ເຖິງ ບານເຂົ້າຫົວ ບິນລິ້ວ ຍຶດຕະກຸນ ຂຶ້ນໂໝ່ງໃຫ້ ສຸລິຈັນ ພະສະແຫວງ ຫົວໂຂກເຂົ້າປະຕູ ຊ່ວຍເຊກອງ ຕີຕື້ນມາເປັນ 1-2 ປະຕູ ໃນນາທີ 45+2.

ກັບມາແຂ່ງຂັນກັນຕໍ່ໃນເຄິ່ງເວລາທີ 2 ທັງສອງທີມ ໄດ້ມີການປັບປຸງຕຳແໜ່ງຜູ້ຫຼິ້ນ ໂດຍສະເພາະ ຈຳປາສັກ ໄດ້ຖອດ ສັງວອນ ພິມມະເສນ ແລະ ສົ່ງ ພູວຽງ ພອນສະຫວັດ ກອງກາງຕົວຕັດເກມ ລົງສະໜາມແທນ ແລະ ການແຂ່ງຂັນດຳເນີນມາເຖິງ 10 ກວ່ານາທີ ສຸລິຈັນ ພະສະແຫວງ ກອງໜ້າຫົວໜ້າທີມ ເຊກອງ ໃຊ້ຄວາມສາມາດສະເພາະຕົວລາກບານໜີການປະກົບກອງຫຼັງ ແຕ່ ຄຳສະຫງ່າ ພົມມະສອນ ກັດບໍ່ປ່ອຍ ແລ່ນໄລ່ສະໄຫຼ້ດ້ານຫຼັງ ກຳມະການເປົາຟາວແຄມເສັ້ນດ້ານຊ້າຍທັນທີ ແລະ ກໍເປັນ ສຸລິຈັນ ພະສະແຫວງ ເປີດບານໄປຕິດກອງຫຼັງ ຈຳປາສັກ ບານຟົ້ງເຂົ້າທາງກອງກາງ ເຊກອງ ພະຍາຍາມຈະໜີການປະກົບ ແຕ່ກໍຖືກຕັດຟາວກາງສະໜາມເຊກອງໄດ້ຟາວອີກຄັ້ງ ປ່ຽນມາເປັນ ທອງສະໄໝ ແກ້ວປະເສີດ ກອງກາງ ເຊກອງ ຫຼຽວເຫັນ ບົວລາຊົງ ຢືນຄົນດຽວ ເປີດຍອຍເຂົ້າຫົວພໍດີ ບົວລາຊົງ ຢືນໂໝ່ງຫຼິ້ນທາງສົ່ງບານສຽບເສົາສອງຢ່າງສວຍງາມ ໃຫ້ ເຊກອງ ກັບມາໄລ່ຕີສະເໝີ 2-2 ປະຕູ, ຈາກນັ້ນ ເຊກອງ ໄດ້ໃຈ ສົມພອນ ພົມມານິດ ກອງກາງສຳຮອງ ລົງມາກໍ່ສາຍແວວຍິງໄກ ບານໝຸດສຽບສາມຫຼ່ຽມຊ່ວຍໃຫ້ ເຊກອງ ພີກກັບມາແຊງຂື້ນນຳ 3-2 ປະຕູ ໃນນາທີ 70, ຫຼັງຂຶ້ນນຳ ເຊກອງ ກໍກັບມາຕັ້ງເກມຮັບ ຫວັງຢຸດສະກໍເທົ່ານີ້ ແຕ່ຍ້ອນສູ້ບໍ່ຖ້ອຍ ຂອງຈຳປາສັກ ໃຊ້ຄວາມພະຍາຍາມຕໍ່ບານສັ້ນ ແລະ ກໍ່ເປັນ ພູວຽງ ພູມສະຫວັດ ຕໍ່ບານກັບ ທິບພະຈັນ ຄຳໃບອ່ອນ ແບບ 1-2 ເຈາະກຳແພງ ເຊກອງ ໄດ້ຢ່າງງ່າຍດ່າຍ ກ່ອນທີ່ ທິບພະຈັນ ຍິງຍັດຕິດເຊັບ ບົວແກ້ວ ຢາງມີໄຊ ເຂົ້າທາງ ພູວຽງ ພູມສະຫວັດ ແປບານແຊກໜ້າ ບົວແກ້ວ ຢາງມີໄຊ ເຂົ້າປະຕູ ຊ່ວຍ ຈຳປາສັກ ໄລ່ຕີສະເໝີ 3-3 ປະຕູ ໃນນາທີ 79 ແລະ ຄິດວ່າສະກໍ ຈະຈົບລົງດ້ວຍການສະເໝີກັນ 3-3 ຈຳປາສັກ ໄດ້ຈັງຫວະເຕະມູມ ບານໂດ່ງເຂົ້າຫົວ ທິບພະຈັນ ຄຳໃບອ່ອນ ໃຊ້ຫົວໂຂກເຂົ້າປະຕູຢ່າງງສວຍງາມ ໃນນາທີ 86 ມອບຄວາມສຸກໃຫ້ກອງເຊຍຊາວ ຈຳປາສັກ ໄດ້ເຮກັນທົ່ວສະໜາມຢ່າງມ່ວນຊື່ນ ແລະ ກໍເປັນປະຕູໄຊ ໃຫ້ ຈຳປາສັກ ມີໄຊເໜືອ ເຊກອງ ໄປແບບສຸດມັນ 4-3 ປະຕູ ຄວ້າ 3 ແຕ້ມ ພ້ອມທັງແຊງໜ້າຂຶ້ນເປັນອັນດັບທີ 1 ຂອງກຸ່ມ ຂໍ.

ສຳລັບໂປຣແກຣມການແຂ່ງຂັນໃນນັດຕໍ່ໄປ ແຂວງຈຳປາສັກ ພົບກັບ ແຂວງວຽງຈັນ ເວລາ 15:00 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16) ສະໜາມນອກ ແລະ ແຂວງເຊກອງ ພົບກັບ ແຂວງອຸດົມໄຊ ເວລາ 17:00 ໂມງ ທີ່ສະໜາມກິລາແຫ່ງຊາດ ສະໜາມໃນ ທັງສອງທີມແຂ່ງຂັນໃນວັນດຽວກັນວັນທີ 13 ພະຈິກ 2020, ສຳລັບກຸ່ມນີ້ ຈຳປາສັກ ລົງສະໜາມ 2 ນັດ ຊະນະ 2 ນັດລວດ ມີ 6 ຄະແນນ ເປັນອັນດັບທີ 1 ຂອງກຸ່ມ ຂໍ, ສ່ວນ ແຂວງເຊກອງ ລົງສະໜາມ 3 ນັດ ຊະນະ 1 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 4 ຄະແນນ, ອັນດັບທີ 3 ແຂວງຜົ້ງສາລີ ລົງສະໜາມ 3 ນັດ ຊະນະ 1 ນັດ, ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 4 ຄະແນນ ແຕ່ປະຕູໄດ້ເສຍໜ້ອຍກວ່າ ແຂວງເຊກອງ, ອັນດັບທີ 4 ແຂວງວຽງຈັນ ລົງສະໜາມ 2 ນັດ ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 1 ຄະແນນ ແລະ ອັນດັບທີ 5 ແຂວງອຸດົມໄຊ ລົງສະໜາມ 2 ນັດ ສະເໝີ 1 ນັດ ແລະ ເສຍ 1 ນັດ ມີ 1 ຄະແນນ ແລະ ປະຕູໄດ້ເສຍໜ້ອຍກວ່າ ແຂວງວຽງຈັນ.

About admin11