3 ອົງການຈັດຕັ້ງ ໂຮງໝໍແຂວງ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ 7 ອົງຄະນະພັກແຂວງ

ໃນຕອນບ່າຍຂອງວັນທີ 28 ສິງຫາ 2020 ຢູ່ໂຮງໝໍແຂວງບໍລິຄຳໄຊ ໄດ້ມີຂະບວນການອອກແຮງງານຢູ່ພາຍໃນໂຮງໝໍແຂວງ ໂດຍການເຂົ້າຮ່ວມຂອງທ່ານ ລັດຕະນະ ພຣະສະຫວັດ ເລຂາຊາວໜຸ່ມຮາກຖານໂຮງໝໍແຂວງ, ມີສະມາຊິກຊາວໜຸ່ມ, ສະມາຊິກກຳມະບານ ແລະ ສະມາຊິກແມ່ຍິງພາຍໃນຮາກຖານ ເຂົ້າຮ່ວມ.

ກິດຈະກຳໃນຄັ້ງນີ້ ເລີ່ມຕົ້ນດ້ວຍການນຳພາຊາວໜຸ່ມປູກຫຍ້າອ້ອມຂ້າງຂອງໂຮງໝໍແຂວງ, ຕິດທຸງທິວ ແລະ ທາສີຂອບທາງບໍລິເວນທາງເຂົ້າໂຮງໝໍ. ທ່ານ ລັດຕະນະ ພຣະສະຫວັດ ເລຂາຊາວໜຸ່ມຮາກຖານໂຮງໝໍແຂວງ ໄດ້ໃຫ້ສຳພາດວ່າ: ຈຸດປະສົງຂອງກິດຈະກຳຄັ້ງນີ້ ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກແຂວງບໍລິຄຳໄຊ ທີ່ຈະມາເຖິງ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມໝາຍຄວາມສໍາຄັນ, ພ້ອມດຽວກັນ ຍັງເປັນການປູກຈິດສໍານຶກແກ່ສະມາຊິກຊາວໜຸ່ມ ໃຫ້ຮັບຮູ້ເຖິງຄວາມສາມັກຄີປອງດອງ, ຮັກການອອກແຮງງານ, ການປະກອບສ່ວນເຫື່ອແຮງ ເຂົ້າໃນຂະບວນການອອກແຮງງານລວມ ແລະ ການຊ່ວຍເຫຼືອສັງຄົນ.

About admins14