ໄຂສົກຮຽນໃໝ່ ທົ່ວແຂວງບໍລິຄຳໄຊ ປະຈຳສົກຮຽນ 2020-2021

ພິທີໄຂສົກຮຽນໃໝ່ ທົ່ວແຂວງບໍລິຄຳໄຊ ປະຈຳສົກຮຽນ 2020-2021 ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 31 ສິງຫາ 2020 ຢູ່ສະໂມສອນໂຮງຮຽນ ມ.ສ ສີທ່ານາໄຊ ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ມີຫົວໜ້າ, ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ, ເຈົ້າເມືອງ, ຄູອາຈານ, ນັກຮຽນ ພ້ອມດ້ວຍສະມາຄົມພໍ່ແມ່ນັກຮຽນ ເຂົ້າຮ່ວມ.

ໃນສົກປີ 2019-2020 ໂຮງຮຽນອານຸບານມີທັງຫມົດ 63 ແຫ່ງ ມີນັກຮຽນ 9.280 ຄົນ ຍິງ 4.351 ຄົນ, ປະຕິບັດອັດຕາເຂົ້າຮຽນຂອງເດັກ 3-5 ປີ ເພີ່ມຂຶ້ນຈາກ 49,6 % ເປັນ 52,1 % ແລະ ອັດຕາເຂົ້າຮຽນຂອງເດັກ 5 ປີ ກໍ່ ເພີ່ມຈາກ 81,7 % ເປັນ 87,5 % ແລະ ດັດສະນີຄວາມສະເຫມີພາບໃນການເຂົ້າຮຽນຂອງເດັກ 3-5 ປີ ແລະ ເດັກ 5 ປີແມ່ນເຫັນວ່າມີຄວາມສະເຫມີພາບຢູ່ທີ່ 0,99-1%, ໂຮງຮຽນປະຖົມມີ 318 ແຫ່ງ, ເອກະຊົນ 13 ແຫ່ງ , ມີນັກຮຽນທັງຫມົດ 33.488 ຄົນ ຍິງ 16.078 ຄົນ ລື່ນປີຜ່ານມາ 127 ຄົນ, ໂຮງຮຽນມັດທະຍົມທັງຫມົດ 66 ແຫ່ງ ໃນນັ້ນ ມຕ 33 ແຫ່ງ ເອກະ ຊົນ 4 ແຫ່ງ, ມສ 27 ແຫ່ງ ມປ 2 ແຫ່ງ ມີນັກຮຽນມັດທະຍົມຕອນຕົ້ນທັງຫມົດ 21.412 ຄົນ ຍິງ 10,519 ຄົນ ແລະ ມັດທະຍົມ ຕອນປາຍ 10.149 ຄົນ ຍິງ 5267 ຄົນ.

ຂະແໜງການສຶກສານອກໂຮງຮຽນ ໄດ້ມີການຈັດຕັ້ງການຮຽນ-ການສອນບໍາລຸງຊັ້ນປະຖົມໃຫ້ກຸ່ມເປົ້າຫມາຍໃນ ເກນອາຍຸ 15 – 40 ປີ ຢູ່ເມືອງບໍລິຄັນ, ຄໍາເກີດ, ວຽງທອງ ແລະ ເມືອງໄຊຈໍາພອນ, ເຊິ່ງມີຜູ້ຮຽນທັງຫມົດ 476 ຄົນ ຍິງ 290,ຊາຍ 186 ຄົນ, ມັດທະຍົມຕອນຕົ້ນບໍາລຸງ ປະຕິບັດຢູ່ 7 ເມືອງເ ຊຶ່ງມີຈໍານວນຜູ້ເຂົ້າຮຽນທັງຫມົດ 1072 ຄົນ ຍິງ 589 ຄົນ, ໄດ້ສືບຕໍ່ຈັດຕັ້ງການຮຽນ – ການສອນບໍາລຸງຍົກລະດັບການສຶກສາໃຫ້ແກ່ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນ ຢູ່ສູນການສຶກສານອກໂຮງຮຽນຂອງແຂວງ ແລະ ເມືອງ ເຊິ່ງ ມີຜູ້ຮຽນທັງຫມົດ 121 ຄົນ ຍິງ 33 ຄົນ, ພ້ອມນັ້ນ ກໍ່ໄດ້ຈັດຕັ້ງຝຶກອົບຮົບວິຊາຊີບຂັ້ນພື້ນຖານໃຫ້ແກ່ຜູ້ຮຽນ ແລະ ປະຊາຊົນ ຕາມເງື່ອນໄຂຄວາມເປັນຈິງ ເຊີ່ງມີຜູ້ເຂົ້າຮ່ວມທັງຫມົດ: 147 ຄົນ, ຍິງ 119 ຄົນ, ມີສະຖານອາຊີວະສຶກສາທັງຫມົດ 14 ແຫ່ງ, ໃນນັ້ນ ໂຮງຮຽນເຕັກນິກ-ວິຊາຊີບລັດ 1 ແຫ່ງ, ວິທະຍາໄລພາກເອກະຊົນ 3 ແຫ່ງ ແລະ ສູນຝຶກອົບຮົມພາສາ ແລະ ຄອມພິວເຕີ 10 ແຫ່ງ.

ສຳລັບທິດທາງແຜນການໃນສົກຮຽນປີນີ້ ຈະສູ້ຊົນປະຕິບັດຕາມອັດຕາຂອງຂະແໜງການສຶກສາ ແລະ ກິລາ ໃຫ້ບັນລຸ ຕາມລະດັບຄາດໝາຍທີ່ກຳນົດໄວ້, ສືບຕໍ່ຜັນຂະຫຍາຍ ກອງປະຊຸມວິທະຍາສາດ ສອນດີ-ສອນເກັ່ງ, ສ້າງຕັ້ງຫ້ອງພອນສະຫັວນ ຊັ້ນມັດທະຍົມຂອງແຂວງ, ສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ ແລະ ໂຮງຮຽນເກັບກໍາຂໍ້ມູນຄູເຫຼືອບໍ່ພໍເພື່ອຈັດສັນຄູທີ່ເຫຼືອໄປໃສບ່ອນບໍ່ພໍຕາມຄວາມເຫມາະທີ່ໄດ້ກໍານົດໄວ້ ແລະ ປັບປຸງພື້ນຖານໂຄງລ່າງຂອງການສຶກສາ ແລະ ກິລາ ໃຫ້ມີພຽງພໍ ແລະ ມີຄຸນນະພາບ.

About admin11