ຊາວໜຸ່ມ ຮສສ ໄດ້ຮັບນາມມະຍົດຊາວໜຸ່ມ 4 ບຸກ

ໃນວັນທີ 27 ສິງຫາ 2020 ຢູ່ຫ້ອງປະຊຸມພະແນກແຮງງານສະຫັວດດີການ ແລະ ສັງຄົມແຂວງ ໄດ້ຈັດພິທີຮັບນາມມະຍົດຊາວໜຸ່ມ 4 ບຸກ ປະຈຳປີ 2019 ໂດຍການເປັນປະທານຂອງສະຫາຍ ເຂັມພອນ ລໍຈະເລີນ ເລຂາຊາວໜຸ່ມຮາກຖານ ພະແນກແຮງງານສະຫັວດດີການ ແລະ ສັງຄົມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີສະມາຊີກຊາວໜຸ່ມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ພິທີຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນຊຸມປີຜ່ານມາ ເຊິ່ງຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ເປັນຕົ້ນແມ່ນການສຶກສາອົບຮົມການເມືອງແນວຄິດ ໂດຍການນຳເອົາເອກະສານສຳຄັນຕ່າງໆ ມາເຜິຍແຜ່ໃຫ້ແກ່ສະມາຊິກຊາວໜຸ່ມ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນເປັນປົກກະຕິ ແລະ ສາມາດຍາດໄດ້ຜົນສຳເລັດໃນຫຼາຍວຽກງານ ເຊີ່ງມັນໄດ້ສະແດງອອກແຕ່ລະດ້ານ ດັ່ງນີ້: ດ້ານການເມືອງ-ແນວຄິດ ຕິລາຄາໄດ້ 91%, ດ້ານການຈັດຕັ້ງ ຕີລາຄາໄດ້ 93%, ດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ ຕິລາຄາໄດ້ 94% ແລະ ດ້ານວິຊາຊີບສ້າງວຽກເຮັດງານທຳ ຕລາຄາໄດ້ 92%, ເພື່ອເປັນການຢັ້ງຢຶນຜົນງານການເຄຶ່ອນໄຫວດັ່ງກ່າວຄະນະບໍລິຫານງານຊາວໜຸ່ມແຂວງ ຈຶ່ງໄດ້ມອບໃບຢັ້ງຢຶນ 4 ບຸກ ໃຫ້ແກ່ຮາກຖານພະແນກແຮງງານສະຫັວດດີການ ແລະ ສັງຄົມແຂວງ ເປັນກຽດມອບໂດຍສະຫາຍ ວັນນະສິນ ສອນວິໄລ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ.

ໂອກາດນີ້ສະຫາຍ ວັນນະສິນ ສອນວິໄລ ຍັງໄດ້ໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານການເຄື່ອນໄຫວ ທີ່ສະມາຊິກຊາວໜຸ່ມຍາດມາໄດ້ ພ້ອມນັ້ນຍັງໄດ້ເນັ້ນໜັກໃຫ້ສະມາຊິກຊາວໜຸ່ມທຸກສະຫາຍ ຈົ່ງຮັກສາມູນເຊື້ອນາມມະຍົດຊາວໜຸ່ມ 4 ບຸກ ໃວ້ໃຫ້ໝັ້ນຄົງຕະຫຼອດໄປ, ຕ້ານທຸກປະກົດການຫຍໍ້ທໍ້ຕໍ່ສັງຄົມ ແລະ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ໃຫ້ສົມກັບພັກໄດ້ໃຫ້ສາຍານາມແກ່ຊາວໜຸ່ມວ່າ “ຊາວໜຸ່ມປຽບເໝືອນແຂນຂວາຂອງພັກ ເປັນດັ່ງກະດູກສັນຫຼັງຂອງຊາດ”.

About admins16