2021 ກອງທຶນ 1 ດວງໃຈ ຊ່ວຍເຫລືອສັງຄົມ 460 ກ່ວາລ້ານກີບ

ກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວຂອງກອງທຶນ 1 ດວງໃຈ ບໍລິຄຳໄຊ ຊ່ວຍເຫຼືອສັງຄົມ ປະຈຳປີ 2021 ໄດ້ຈັດຂື້ນໃນວັນທີ 11 ກຸມພາ 2022 ຢູ່ທີ່ຫ້ອງປະຊຸມສະໂມສອນປົກຄອງແຂວງ, ເປັນກຽດເຂົ້າຮ່ວມຂອງທ່ານ ດວງຕາ ມໍລະຄາສຸກ ປະທານກວດກາພັກແຂວງ, ມີ ທ່ານ ນາງ ແອງ ໄຊສົງຄາມ ປະທານກອງທຶນ, ມີຄະນະປະທານ, ສະມາຊິກກອງທຶນ ແລະ ພະແນກການ, ຫ້ອງການອ້ອມຂ້າງແຂວງ ເຂົ້າຮ່ວມ.

1 ປີຜ່ານມາ ກອງທຶນ 1 ດວງໃຈ ບໍລິຄຳໄຊ ຊ່ວຍເຫລືອສັງຄົມ ໄດ້ເຄື່ອນໄຫວວຽກງານຂອງຕົນ ດ້ວຍການຊ່ວຍເຫລືອສັງຄົມ ລວມມູນຄ່າທັງໝົດ 460.896.470 ກີບ ແລະ 3.830 ໂດລ່າສະຫະລັດ, ໃນນັ້ນ ເປັນທຶນຊ່ວຍເຫຼືອຂອງກອງທຶນ 355.938.470 ກີບ ແລະ 3.830 ໂດລ່າສະະລັດ, ນອກນັ້ນ ແມ່ນມູນຄ່າຂອງແຮງງານຊາວໜູ່ມ, ພໍ່ແມ່ປະຊາຊົນ ເຂົ້າໃນການສ້າງ ແລະ ສ້ອມແປງໂຮງຮຽນຈຳນວນ 76.210.000 ກີບ.

ດ້ານການສຶກສາ: ຊ່ວຍເຫຼືອຊື້ວັດສະດຸກໍ່ສ້າງໂຮງຮຽນມໍຕົ້ນ ບ້ານາແຈງ ເມືອງ ໄຊຈຳພອນ ມູນຄ່າ 38.385.000 ກີບ, ຊື້ວັດສະດຸອຸປະກອນກໍ່ສ້າງໂຮງຮຽນປະຖົມສົມບູນບ້ານ ໜອງອໍ້ ເມືອງ ຄໍາເກີດ 190.040.000 ກີບ.

ດ້ານສາທາລະນະສຸກ: ຊື້ຜ້າປິດປາກ – ດັັງ ໃຫ້ໂຮງໝໍແຂວງມູນຄ່າ 23.000.000 ກີບ, ໂຕະຕັ່ງ 30 ຊຸດ ມູນຄ່າ 53.158.470 ກີບ, ອາຫານຊຸກຍູ້ພະນັກງານແພດ – ໝໍ ໂຮງໝໍ 30 ຕຽງທະຫານແຂວງ ແລະ ໂຮງໝໍແຂວງ ມູນຄ່າ 7.500.000 ກີບ, ຈ່າຍຄ່າຂົນສົ່ງເຄື່ອງຊ່ວຍເຫຼືອຈາກ ສ.ເກົາຫຼີ 40.000.000 ກີບ, ຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ 7 ເປັນເຄື່ອງອຸປະໂພກ – ບໍລິໂພກມູນຄ່າ 22.350.000 ກີບ.

ແຈກຢາຍເຄື່ອງອຸປະໂພກ – ບໍລິໂພກໃຫ້ຄົນເຈັບທີມານອນປີ່ນປົວຢູ່ໂຮງໝໍແຂວງ ແລະ ໂຮງໝໍທະຫານແຂວງ ມູນຄ່າ 5 ລ້ານກວ່າກີບ.

ຕໍ່ກັບຜົນງານການເຄື່ອນໄຫວ 1 ປີຜ່ານມາ ກອງທຶນ 1 ດວງໃຈບໍລິຄຳໄຊ ຊ່ວຍເຫຼືອສັງຄົມໄດ້ຮັບໃບຍ້ອງຍໍຈາກປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງຈຳນວນ 1 ໃບ, ໃບຍ້ອງຍໍຈາກເຈົ້າເມືອງ ປາກຊັນ ແລະ ເມືອງຄຳເກີດ ເມືອງລະ 1 ໃບ.

ໃນກອງປະຊຸມ ໄດ້ຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງ ບໍລິຄຳໄຊ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກອງທຶນ ໂດຍແຕ່ງຕັ້ງທ່ານ ນາງ ແອງ ໄຊສົງຄາມ ເປັນປະທານກອງທຶນ 1 ດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ, ທ່ານ ນາງ ສີສະຫວາດ ໄຊຊະນະ ແລະ ທ່ານ ນາງ ຄຳໄຂ ແດນພູຫຼວງ ເປັນຮອງປະທານ ແລະ ແຕ່ງຕັ້ງຈຳນວນ 8 ທ່ານເປັນຄະນະ ເພື່ອສືບຕໍ່ປະຕິບັດເຄື່ອນໄຫວວຽກງານຂອງກອງທຶນປີ 2022.

About admins14