ປະທານສະພາແຫ່ງຊາດ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ເມືອງໄຊຈຳພອນ

ໃນຕອນເຊົ້າຂອງວັນທີ 15 ກູມພາ 2022 ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມພົບປະໂອລົມພະນັກງານຫຼັກແຫຼ່ງ ເມືອງ ໄຊຈຳພອນ ແຂວງບໍລິຄຳໄຊ ໂດຍການນຳພາທາງຂອງ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ເປັນກຽດຕ້ອນຮັບຂອງ ທ່ານ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ມີການນຳຂອງແຂວງ, ຄະນະບໍລິຫານງານພັກເມືອງໄຊຈຳພອນ ຮັບຕ້ອນຢ່າງອົບອູ່ນ.

ທ່ານ ໂກ່ ໄຊສົມບັດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊຈຳພອນ ໄດ້ລາຍງານຫຍໍ້ສະພາບໂດຍລວມ ໃນການເຕີບໃຫຍ່ຂະຫຍາຍຕົວເສດຖະກິດ-ສັງຄົມຕະຫຼອດໄລຍະຜ່ານມາ ໃຫ້ທ່ານປະທານສະພາແຫ່ງຊາດຮັບຊາບ.

ເມືອງໄຊຈໍາພອນ ເປັນເມືອງສ້າງຕັ້ງຂຶ້ນໃໝ່ຕາມດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 125/ນຍ ລົງວັນທີ 11 ພຶດສະພາ 2009, ເປັນເມືອງທີ 7 ຂອງແຂວງບໍລິຄໍາໄຊ ເປັນເມືອງພູດອຍ, ມີພູຜາກວມເອົາ 95% ຂອງເນື້ອທີ່ທັງໝົດ, ປະກອບມີ 4 ກຸ່ມບ້ານ, ມີ 17 ບ້ານ, ມີ 1.980 ຄອບຄົວ, ພົນລະເມືອງ 12.067 ຄົນ, ຍິງ 5.750ຄົນ.

ຄະນະບໍລິຫານພັກເມືອງ ໄດ້ເສີມຂະຫຍາຍທ່າແຮງຂອງເມືອງ ແລະ ສຸມທຸກກຳລັງແຮງເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງທີ່ຈຳເປັນ ເພື່ອຮັບໃຊ້ໃຫ້ແກ່ການພັດທະນາ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວໃນລະດັບ 3,84% ສະເລ່ຍ 795 ໂດລາ/ຄົນ/ປີ, ຄວາມທຸກຍາກຍັງເຫຼືອ 39,2%, ຊຸກຍູ້ສົ່ງເສີມປະຊາຊົນໃຫ້ທຳການຜະລິດ ເຊັ່ນ: ການລ້ຽງສັດໃຫຍ່, ສັດປີກ ແລະ ປູກພືດຜັກຕ່າງໆໃຫ້ຫຼາຍກາຍເປັນສີນຄ້າ, ໂດຍສະເລ່ຍເຂົ້າກິນ 395 ກິໂລ/ຄົນ/ປີ, ບ້ານໄດ້ຊົມໃຊ້ກະແສໄຟຟ້າຖາວອນກວມ 100%, ມີຄອບຄົວຊົມໃຊ້ໄຟຟ້າກວມ 70,61%.

ການຈັດເກັບລາຍຮັບ ປີ 2021 ຜ່ານມາ ສາມາດປະຕິບັດໄດ້ລື່ນແຜນ 9,2%, ທົ່ວເມືອງມີຄອບຄົວພົ້ນທຸກກວມ 60,8%, ຄອບຄົວພັດທະນາ 956 ຄອບຄົວເທົ່າ 52,13% ແລະ ມີບ້ານພົ້ນທຸກ 2 ບ້ານເທົ່າ 11,76%.

ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນໄດ້ 5 ບ້ານເທົ່າ 100%, ບ້ານປ້ອງກັນຊາດເຂັ້ມແຂງໄດ້ 1 ບ້ານ ແລະ ກຸ່ມບ້ານສູ້ຮົບຕິດລ່ຽນ 4 ກຸ່ມ, ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດເປັນວົງກວ້າງທົ່ວເຖິງທຸກບ້ານ, ໄດ້ປະກາດຮັບຮອງເປັນເມືອງຈົບຊັ້ນປະຖົມ ແລະ ມັດທະຍົມຕົ້ນບໍາລຸງສໍາເລັດ, ປະຈຸບັນແມ່ນກໍາລັງສືບຕໍ່ໃນຊັ້ນມັດທະຍົມປາຍ.

ເດັກໃນເກນອາຍຸໄດ້ຮັບວັກຊີນປ້ອງກັນພະບຍາດຕາມລະດູການ, ແຈກຢາຍວັກຊິນໃຫ້ປະຊາກອນກຸ່ມເປົ້າໝາຍ ເຂັມ 1 ແລະ ເຂັມ 2 ໄດ້ 5.501 ຄົນ, ເທົາກັບ 78,50% ທຽບໃສ່ປະຊາກອນທັງໝົດເທົ່າກັບ 50,7%, ເຂັມ 3 ໄດ້ 1.200 ຄົນ ເທົາກັບ 10,6%.

ປະກາດບ້ານວັນທະນະທໍາໄດ້ 16 ບ້ານ ແລະ ກໍາລັງກະກຽມປະກາດຕື່ມອີກ 1 ບ້ານ, ໄດ້ຮັບການຊ່ວຍເຫຼືອບັນເທົາທຸກຜູ້ປະສົບໄພ, ທຸກຍາກ – ອະນາຖາ ຈາກກອງທຶນໜຶ່ງດວງໃຈບໍລິຄຳໄຊຊ່ວຍເຫຼືອສັງຄົມ ແລະ ໃຫ້ການຊ່ວຍເຫຼືອກໍ່ສ້າງ, ສ້ອມແປງໂຮງຮຽນມູນຄ່າຫຼາຍຮ້ອຍລ້ານກີບ, ຮັບຮອງເປັນເມືອງສະຫະພັນກຳມະບານ 2 ດີ 5 ເປັນເຈົ້າປີ 2016.

ທ່ານ ໄຊສົມພອນ ພົມວິຫານ ໄດ້ຍ້ອງຍໍຊົມເຊີຍຜົນງານການຊີ້ນຳຂອງຄະນະບໍລິຫານງານພັກແຂວງ ບໍລິຄຳໄຊ, ອົງການປົກຄອງເມືອງໄຊຈຳພອນ ທີ່ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ທ່ານຍັງໄດ້ເນັ້ນໃຫ້ຄະນະບໍລິຫານພັກເມືອງ ຈົ່ງໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄັ້ງທີ VII ຂອງແຂວງ, ຄັ້ງທີ III ຂອງອົງຄະນະພັກເມືອງໄຊຈໍາພອນ ເຂົ້າໃນການເຄື່ອນໄຫວວຽກງານຂອງຕົນຢ່າງກວ້າງຂວາງ, ເພີ່ມທະວີການນໍາພາ – ຊີ້ນໍາຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ – ການເງິນ, ວາລະແຫ່ງຊາດວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານທີ່ສໍາຄັນ ແລະ ຮີບດ່ວນ, ຊຸກຍູ້ສົ່ງເສີມຈູນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການປະຕິບັດນະໂຍບາຍ ແລະ ກົນໄກ ທີ່ຈໍາເປັນໃນການເຂົ້າເຖິງແຫຼ່ງທຶນ, ອຳນວຍຄວາມສະດວກໃນການເຄື່ອນໄຫວຕິດຕາມໂຄງການລົງທຶນຂອງລັດ, ພົບປະພໍ່ແມ່ປະຊາຊົນຂອງ ສສຊ, ສສຂ, ປຸກລະດົມພໍ່ແມ່ປະຊາຊົນ ເຂົ້າຮັບວັກຊີນກັນພະຍາດໂຄວິດ-19 ໃຫ້ທົ່ວເຖິງ, ຖືເອົາວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ສ້າງເມືອງໄຊຈຳພອນ ໃຫ້ມີບາດກ້າວໃໝ່.

ໂອກາດທີ່ທ່ານ ໄຊສົມພອນ ພົມວິຫານ ລົງຢ້ຽມຢາມ ພົບປະໂອ້ລົມພະຍັກງານຫຼັກແຫຼ່ງເມືອງ ໄຊຈຳພອນໃນຄັ້ງນີ້ ຍັງໄດ້ນຳເອົາເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ – ການສອນ ແລະ ເຄື່ອງບໍລິໂພກຈຳນວນໜຶ່ງ ມອບໃຫ້ອົງການປົກຄອງເມືອງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ລວມມູນຄ່າ 30 ລ້ານກວ່າກີບ.

About admins14