ປະທານສະພາແຫ່ງຊາດ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບໍລິຄຳໄຊ

ເນື່ອງໃນໂອກາດທີ່ໄດ້ລົງມາເຄື່ອນໄຫວວຽກງານຢູ່ແຂວງບໍລິຄຳໄຊ ຕອນບ່າຍຂອງວັນທີ່ 15 ກຸມພາ 2022 ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເບິ່ງໂຄງການກໍ່ສ້າງຕະຫຼາດປາກຊັນຫຼັງໃໝ່ ແລະ ກັນຕະຝັ່ງເຈື່ອນຢູ່ເຂດປາກນ້ຳຊັນ ໂດຍມີທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ, ທ່ານ ປອ ສຸວັນນີ ໄຊຊະນະ ປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ຮ່ວມພາທາງ.

ໂອກາດນີ້ ທ່ານ ຈຽ່ນ ວັນນະເລີດ ປະທານບໍລິສັດ ວີເອັນແອລຈໍາກັດ ໄດ້ລາຍງານຄວາມຄືບໜ້າໂຄງການກໍ່ສ້າງຕະຫຼາດປາກຊັນຫຼັງໃໝ່ ຢູ່ເຂດບ້ານໂພນໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ວ່າ: ອາຄານຫຼັງດັ່ງກ່າວ ມີຂະໜາດ ກວ້າງ 55,8 x 72 ແມັດ ໂດຍມີແຜນຈະຍ້າຍເອົາຮ້ານຂາຍເຄື່ອງຍ່ອຍ 1 ຮ້ອຍກວ່າຮ້ານ ເຂົ້າມາຂາຍຢູ່ໃນອາຄານຫຼັງນີ້, ຄາດວ່າ ຈະໃຫ້ສໍາເລັດພາຍໃນເດືອນກຸມພາ ປີ 2022.

ສ່ວນໄລຍະສອງ ແມ່ນອາຄານຮ້ານຂາຍຄໍາ ແລະ ຮ້ານຂາຍເສື້ອຜ້າ ແມ່ນເຄື່ອນຍ້າຍເຂົ້າໄປໂຕອານຄານກໍາລັງຈະສໍາເລັດ ແລ້ວຈິ່ງປຸກສ້າງຕໍ່ໂຊນຮ້ານຂາຍຄໍາ ແລະ ເຊື້ອຜ້າ, ຫ້ອງນໍ້າສໍາເລັດ 64% ແລະ ອາຄານຫ້ອງແຖວສອງຊັ້ນ ທາງເຂົ້າຕິດກັບເສັ້ນທາງເລກທີ່ 13 ສໍາເລັດແລ້ວ 12%.

ຈາກນັ້ນ ທ່ານ ໄຊສົມພອນ ພົມວິຫານ ພ້ອມຄະນະ ໄດ້ເລາະເບິ່ງກັນຕະຝັ່ງເຈື່ອນຢູ່ເຂດປາກນ້ຳຊັນ.

About admins16