2 ໜ່ວຍພັກຮາກຖານ ດໍາເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022

ບັ້ນດຳເນີນຊິວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ສອງໜ່ວຍພັກ ສະຫະພັນກຳມະບານແຂວງ ແລະ ສະຫະພັນແມ່ຍິງແຂວງ  ໄດ້ຈັດຂຶ້ນໃນວັນທີ 8 ທັນວາ 2022 ໄດ້້ຈັດຂື້ນຢູ່ຫ້ອງປະຊູມຕົນເອງ ພາຍໃຕ້ການເປັນປະທານຂອງ ສະຫາຍ ດໍາລົງ ທັບລາດ ເລຂາໜ່ວຍພັກຮາກຖານສະຫະພັນກຳມະບານແຂວງບ ແລະ ສະຫາຍ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ເລຂາໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ມີຄະນະຮັບຜິດຊອບຂັ້ນແຂວງ, ຄະນະໜ່ວຍພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນພິທີໄດ້ເຊື່ອມຊຶມເອກະສານ ຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍທ່ານປະທານໄດ້ຍົກໃຫ້ເຫັນເນື້ອໃນ, ມາດຕະການຈັດຕັ້ງປະຕິບັດ ແລະ ຈຸດປະສົງ ຂອງເອກະສານດັ່ງກ່າວວ່າ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ,

ພ້ອມໄດ້ຮັບຟັງການເຜີຍແຜ່ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ແລະ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດ ໃນບາດກ້າວຕ່າງໆ, ຜ່ານບົດສະຫຼຸບ ແລະ ທິດທາງແຜນການປີ, ປະກອບຄຳເຫັນໃສ່ບົດສະຫຼຸບ, ທິດທາງແຜນການ, ທາບທາມຄຳເຫັນສົ່ງຂ່າວ, ຕີລາຄາຄຸນນະພາບ, ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ ແລະ ອື່ນໆ.

About admins14