ປກສ ເມືອງປາກຊັນ ມອບ – ຮັບ ຖັງແກັດທີ່ຄົນຮ້າຍລັກໄປ ຄືນມາໃຫ້ເຈົ້າຂອງເດີມ

ເຈົ້າໜ້າທີ່ພະແນກຕຳຫຼວດ ປກສ ເມືອງປາກຊັນ ໄດ້ໃຫ້ຮູ້ວ່າ ໃນຄັ້ງວັນທີ 1 ທັນວາ 2022 ເວລາ 11 ໂມງ ເຈົ້າໜ້າທີ່ຕໍາຫຼວດໜ່ວຍງານຄະດີອາຍາ – ເສດຖະກິດ ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີ ວ່າ: ໄດ້ມີຄົນຮ້າຍມາລັກເອົາຖັງແກັດຢູ່ໂຮງງານກັບໂຟມຂອງຄົນຈີນ ທີ່ຕັ້ງຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຈໍານວນ 4 ຄັ້ງ, ໂດຍນໍາໃຊ້ລົດກະບະຮຸນໃດ ສີຂາວ ເປັນພາຫະນະລາກແກ່.

ຫລັງຈາກນັ້ນ ໃນວັນທີ 2 ທັນວາ 2022 ເຈົ້າໜ້າທີ່ສາມາດກັກຕົວ ທ້າວ ໝີງ ອາຍຸ 25 ປີ ປະຊາຊົນບ້ານ ໂພນໄຊເໜືອ ແລະ ທ້າວ ແອັດ ຂຸນທະຈັກ ອາຍຸ 28 ປີ ປະຊາຊົນບ້ານນາອ້ອຍໜູ ທັງ 2 ອາຊີບກໍາມະກອນ  ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ມາສືບສວນ-ສອບສວນຕາມລະບຽບກົດໝາຍ.

ຜ່ານການສືບສວນ – ສອບສວນ ພວກກ່ຽວທັງສອງຄົນໄດ້ໃຫ້ການຕໍ່ເຈົ້າໜ້າທີ່ວ່າ: ຜູ້ກ່ຽວທັງສອງໄດ້ເປັນກໍາມະກອນຢູ່ໂຮງງານເເກັດ ຂອງທ້າວ ສັນຕິ ຢູ່ບ້ານສວນສະຫວັນ ເມືອງປາກຊັນ ແຂວງບໍລິຄໍາໄຊ ເຈົ້າຂອງໂຮງງານໄດ້ໃຫ້ພວກກ່ຽວເອົາຖັງແກັດໄປເລາະສົ່ງໃຫ້ຕາມລູກຄ້າສັ່ງ ແລະ ໄປສົ່ງໃຫ້ໂຮງງານກັບໂຟມ ທີ່ຕັ້ງຢູ່ບ້ານຫ້ວຍຄູນ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ຈໍານວນຫຼາຍຄັ້ງ, ຈາກນັ້ນ ພວກກ່ຽວທັງສອງແມ່ນເຫັນຖັງເເກັດເປົ່າຢູ່ໂຮງງານ ຈຶ່ງເກີດມີແນວຄິດຢາກໄດ້ຖັງແກັດດັ່ງກ່າວ ໄປຂາຍເອົາເງີນມາແບ່ງປັນກັນ, ເວລາທີ່ເຮັດວຽກຢູ່ຮ້ານເເກັດຂອງ ທ້າວ ສັນຕິ ນັ້ນ  ທັງສອງຍັງໄດ້ລັກເອົາຖັງແກັດໄປຂາຍຫຼາຍຄັ້ງ, ຕົກມາຮອດເດືອນ ສິງຫາ – ກັນຍາ ປີ 2022 ທາງເຈົ້າຂອງຮ້ານເເກັດຈັບໄດ້ຈຶ່ງໄດ້ໄລ່ທັງສອງອອກຈາກວຽກ.

ຫຼັງຈາກຖືກໄລ່ອອກຈາກວຽກແລ້ວ 2 ວັນຕໍ່ມາ ທັງສອງໄດ້ຊັກຊວນກັນວາງແຜນ ເພື່ອຈະໄປລັກເອົາຖັງແກັດເປົ່າຢູ່ໂຮງງານກັບໂຟມຂອງຄົນຈີນ ທີ່ບ້ານຫ້ວຍຄູນ ເມືອງບໍລິຄັນ, ໂດຍໃຫ້ທ້າວ ໝິງ ເປັນຜູ້ຕິດຕໍ່ຊອກລົດກະບະຮຸ່ນໄດທີ່ຄ້າຍຄືກັບລົດໂຮງງານເເກັດນັ້ນມາລາກແກ່, ສວນທ້າວ ແອັດ ແມ່ນເປັນຄົນເບີ່ງຕົ້ນທາງ ໂດຍຂັບຂີ່ລົດຈັກເວບ 100 ສີເເດງ-ດໍາ, ພາຍຫຼັງວາງແຜນກັນແລ້ວ ທ້າວ ໝິງ ໄດ້ຕິດຕໍ່ຫາທ້າວ ກ (ທີ່ເປັນພີ່ນ້ອງກັນ) ໃຫ້ຊອກຕິດຕໍ່ລົດກະບະຮຸນໄດ ສີຂາວ ມາແກ່ຖັງແກັດເປົ່າຢູ່ໂຮງງານກັບໂຟມມາສົ່ງໃຫ້ ຮ້ານຂາຍເເກັດ ແລ້ວຈະໄດ້ຄ່າລາກແກ່ຄັ້ງລະ 600.000 ກີບ, ຈາກນັ້ນທັງສອງໄດ້ເຂົ້າໄປລັກຖັງແກັດເປົ້າ ຢູ່ໂຮງງານກັບໂຟມດັ່ງກ່າວນັ້ນມາ ຈໍານວນ 4 ຄັ້ງ, ລວມມີ 27 ຖັງ ແລ້ວເອົາໄປຂາຍໃຫ້ຮ້ານເເກັດແຫ່ງໜຶ່ງ ທີ່ບ້ານ ມີໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ຖັງລະ 500.000 ກີບ, ພາຍຫຼັງໄດ້ເງີນມາເເລ້ວພວກກ່ຽວກໍ່ໄດ້ແບ່ງປັນກັນ ແລະ ນໍາໄປຊື້ຢາເສບຕິດມາເສບ, ຕົກມາຮອດວັນທີ 2 ທັນວາ 2022 ຈຶ່ງຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວມາສືບສວນ-ສອບສວນ ຕາມລະບຽບກົດໝາຍ.

ສະນັ້ນ ມາຮອດວັນທີ 8 ທັນວາ 2022 ເຈົ້າໜ້າທີ່ພະເເນກຕໍາຫຼວດ ປກສ ເມືອງປາກຊັນ ຈຶ່ງໄດ້ມອບຖັງເເກັດ ທີ່ເກັບກູ້ມາໄດ້ຈໍານວນ 24 ຖັງ ຄືນໃຫ້ເຈົ້າຂອງເດີມ ເຊີ່ງຕາງໜ້າມອບໂດຍ ທ່ານ ຮອ ຈັນສະໝອນ ບຸນທະວີ ຮອງຫົວໜ້າພະເເນກຕຳຫຼວດ ປກສ ເມືອງປາກຊັນ, ຕາງໜ້າກ່າວຮັບໂດຍ ທ່ານ ວັນນະເລດ ຄໍາປະເສີດ, ມີເຈົ້າໜ້າທີ່ທີ່ກ່ຽວຂ້ອງເຂົ້າຮ່ວມ ເປັນສັກຂີພະຍານ.

ເຈົ້າໜ້າທີ່ ຮຽກຮ້ອງມາຍັງພໍ່ເເມ່ປະຊາຊົນ ຈົ່ງມີສະຕິໃນການປົກປັກຮັກສາຊັບສິນວັດຖຸສິ່ງຂອງ ຂອງຕົນເພື່ອບໍ່ໃຫ້ຄົນໃຫ້ຮ້າຍລັກໄປໄດ້, ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຕິດຕາມກຸ່ມຄົນບໍ່ຫວັງດີ ທີ່ເຄື່ອນໄຫວກະທໍາຜິດຕໍ່ລະບຽບກົດໝາຍຂອງບ້ານເມືອງ ເພື່ອພ້ອມກັນແກ້ໄຂໃຫ້ຫຼຸດໜ້ອຍຖອຍລົງເລື້ອຍໆ.

About admins14