ເຈົ້າເມືອງທ່າພະບາດ ລົງຊຸກຍູ້ພື້ນຖານການຜະລິດ

ເພື່ອເປັນການຊຸກຍູ້ສົ່ງເສີມ ການຜະລິດເປັນສິນຄ້າ ສົ່ງອອກຂາຍ ແລະ ຕິດພັນກັບການສ້າງວຽກເຮັດງານທໍາ ໃຫ້ຊາວກະສິກອນພາຍໃນເມືອງທ່າພະບາດ, ໃນລະຫວ່າງວັນທີ 6 – 7 ທັນວາ 2022 ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ທ່ານ ສົມຫວັງ ແກ້ວວົງວິຈິດ ຄະນະພະແນກກະສິກໍາ ແລະ ປ່າໄມ້ແຂວງ ບໍລິຄໍາໄຊ, ຂະແໜງການ ແລະ ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ໄດ້ລົງຕິດຕາມຊຸກຍູ້ສົ່ງເສີມວຽກງານກະສິກໍາປູກຝັງ ແລະ ລ້ຽງສັດ.

ໂອກາດນີ້ ທ່ານເຈົ້າເມືອງພ້ອມຄະນະ ໄດ້ລົງຊຸກຢູ້ຕິດຕາມບໍລິສັດພູເຂົາຈະເລີນຟາມ ບ້ານຍອຍໄຮ, ລົງຕິດຕາມການສ້ອມແປງ ແລະ ການກໍ່ສ້າງລະບົບຄອງເໝືອງ ບ້ານສີສົມໄຊ ມີຄວາມຍາວ 400 ແມັດ.

ໃນມື້ທີສອງ ໄດ້ລົງຊຸກຍູ້ໄລຍະກະກຽມການກໍ່ສ້າງ ຟາມລ້ຽງໝູພໍ່ – ແມ່ພັນ ຈໍານວນ 1.500 ໂຕ ຂອງບໍລິສັດບໍລິຄໍາໄຊ ການຄ້າ ຂາເຂົ້າ – ຂາອອກ ຈໍາກັດຜູ້ດຽວ ຢູ່ເຂດບ້ານໂພນງາມ, ໂດຍທ່ານ ນາງ ຈິດຕະສິນ ບໍລິຈັກ ອໍານວຍການບໍລິສັດ ໄົດ້ລາຍງານສະພາບການໂດຍຫຍໍ້ ການກໍ່ສ້າງຟາມໝູ ພໍ່ – ແມ່ພັນ ຕັ້ງຢູ່ບ້ານໂພນງາມ ເຊິ່ງການກໍ່ສ້າງຟາມລ້ຽງໝູ ໄດ້ເລີ່ມການກະກຽມແຕ່ຕົ້ນປີ 2022 ມີເນື້ອທີ່ທັງໝົດ 6 ເຮັກຕ່າ, ຮອດປັດຈຸບັນ ການກໍ່ສ້າງຄືບໜ້າແລ້ວ 70% ຄາດວ່າໃນຕົ້ນເດືອນ ກຸມພາ 2023 ຈະສໍາເລັດ.

ພ້ອມນັ້ນ ທ່ານເຈົ້າເມືອງກໍ່ໄດ້ຕິດຕາມການກໍ່ສ້າງ ແລະ ສ້ອມແປງ ລະບົບຄອງເໝືອງ ຢູ່ບ້ານຜາໂປງ ແລະ ບ້ານທວາຍ ເຊິ່ງການກໍ່ສ້າງມີຄວາມຍາວ 1.900 ແມັດ, ສ້ອມແປງຄືນມີ 425 ແມັດ ມາຮອດປັດຈຸບັນ ການກໍ່ສ້າງ ແລະ ສ້ອມແປງຄືນທົ່ວເມືອງສໍາເລັດແລ້ວ 50%.

About admins14