2 ຮາກຖານພັກ ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນ ແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 16 ທັນວາ 2021 ຢູ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງສະຫາຍ ໄຊອຳພອນ ສີຫາວົງ ເລຂາຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນພະແນກ ເຂົ້າຮ່ວມ.

ໃນພິທີ ທ່ານປະທານ ໄດ້ຍົກໃຫ້ເຫັນບາງເນື້ອໃນຈິດໃຈທີ່ສຳຄັນ ຂອງຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ໄດ້ຍົກໃຫ້ເຫັນເນື້ອໃນ, ມາດຕະການຈັດຕັ້ງປະຕິບັດ ແລະ ຈຸດປະສົງ ຂອງເອກະສານດັ່ງກ່າວ ວ່າ: ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ ຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕ້ອງສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ແລະ ໃນພິທີ ຍັງໄດ້ຮັບຟັງການອະທິບາຍວິທີການ ແລະ ຂັ້ນຕອນ ການຈັດຕັ້ງປະຕິບັດໃນບາດກ້າວຕ່າງໆ.

ພ້ອມນີ້ ຍັງໄດ້ຜ່ານເອກະສານ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນບ່ອນອີງໃນການດຳເນີນຊີວິດການເມືອງ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ກໍ່ຍັງມີການຈັດແບ່ງປະເພດສະມາຊິກພັກ ໂດຍອີງໃສ່ 5 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ.

ໃນຕອນເຊົ້າຂອງວັນດຽວກັນ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ ໄດ້ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຮາກຖານພະແນກຍຸຕິທຳແຂວງບໍລິຄຳໄຊ ໂດຍການເປັນປະທານຂອງສະຫາຍ ນາງ ວັນນາ ປະເສີດກຸນ ເລຂາໜ່ວຍພັກຮາກຖານພະແນກຍຸຕິທຳແຂວງ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.

ໃນພິທີ ໄດ້ເຊື່ອມຊຶມຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ, ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ້ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນບ່ອນອີງໃນການດຳເນີນຊີວິດການເມືອງ ແລະ ຜ່ານຮ່າງບົດສະຫຼຸບປະຈຳປີ 2021 ແລະ ວາງທິດທາງແຜນການ 2022.

About admins16