ອົງການປົກຄອງເມືອງບໍລິຄັນ ມອບຊີມັງ 20 ໂຕ່ນ ຊ່ວຍບ້ານສີສະຫວາດເຂົ້າໃນການກໍ່ສ້າງທາງເບຕົ່ງ

        ໃນຕອນບ່າຍຂອງວັນທີ່ 15 ທັນວາ 2021 ເມືອງບໍລິຄັນ ແຂວງບໍລິຄໍາໄຊ  ໄດ້ນໍາເອົາຊີມັງ ຈໍານວນ 20 ໂຕ່ນ ລວມເປັນເງີນ  12 ລ້ານກີບ ມອບໃຫ້ ບ້ານ ສີສະຫວາດ ເພື່ອປະກອບສ່ວນສົມທົບທືນເຂົ້າໃນການສ້າງທາງເບຕົ່ງຂອງບ້ານ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ກ່າວມອບໂດຍ ທ່ານ ວັນເລີນ ປຸ້ຍໄມນີ ເຈົ້າເມືອງບໍລິຄັນ ພ້ອມດ້ວຍຄະນະນໍາຂອງເມືອງ, ໃຫ້ກຽດຮັບໂດຍ ທ່ານ ສົມສັກ ໄຊຍະວົງ ຮອງນາຍບ້ານ ສີສະຫວາດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດດັ່ງກ່າວ ທ່ານ ສົມສັກ ໄຊຍະວົງ ໄດ້ສະແດງຄວາມຂອບໃຈ ຕໍ່ການນໍາຂອງເມືອງ ທີ່ມີຄວາມເປັນຫ່ວງເປັນໄຍພໍ່ແມ່ປະຊາຊົນ ທີ່ໄດ້ບິແບ່ງທືນຮອນຂອງເມືອງ ປະກອບສ່ວນເຂົ້າໃນການສ້າງທາງເບຕົ່ງພາຍໃນບ້ານສີສະຫວາດຂອງພວກເຮົາ ແລະ ຫວັງຢ່າງຍິ່ງວ່າ ໂອກາດໜ້າຍັງຈະໄດ້ຮັບການຊກຍູ້ຈາກເມືອງຕື່ມອີກ.

ສໍາລັບການກໍ່ສ້າງເສັ້ນທາງເບຕົ່ງບ້ານສີສະຫວາດ ເມືອງບໍລິຄັນ ແຂວງບໍລິຄໍາໄຊ ແມ່ນເປັນທືນສົມທົບຂອງປະຊາຊົນ 90%  ເຊິ່ງມີໄລຍະທາງຍາວທັງໝົດ: 620 ແມັດ, ກ້ວາງ 5 ແມັດ,ໜາ 15 ຊັງຕີແມັດ, ຄາດວ່າຈະສ້າງສໍາເລັດໃນອີກບໍ່ດົນນີ້.

 

 

About admin11