ໜ່ວຍພັກບໍລິຫານໂຮງໝໍແຂວງ ເປີດບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021

ບັ້ນດຳເນີນຊີວິດການເມືອງກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກບໍລິຫານໂຮງໝໍແຂວງບໍລິຄຳໄຊ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ທັນວາ 2021 ຢູ່ຫ້ອງປະຊຸມຂອງພະແນກສາທາລະນະສຸກແຂວງ ໂດຍການເປັນປະທານຮ່ວມຂອງສະຫາຍ ນາງ ດຣ ດວງຕາ ເລືອງມີໄລ ຮອງເລຂາຄະນະພັກຮາກຖານພະແນກສາທາລະນະສຸກແຂວງ, ສະຫາຍ ນາງ ດຣ ບັນລຽງ ວໍລະສານ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ຮອງອຳນວຍການໂຮງໝໍແຂວງ, ມີຄະນະພັກ, ສະມາຊິກພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ພະນັກງານລັດຖະກອນ ພາຍໃນໂຮງໝໍແຂວງ ເຂົ້າຮ່ວມ.

ໃນພິທີ ສະຫາຍ ນາງ ດວງຕາ ເລືອງມີໄລ ໄດ້ຜ່ານເອກະສານ ຄຳສັ່ງກົມການເມືອງສູນກາງພັກເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍສະຫາຍ ໄດ້ຍົກໃຫ້ເຫັນເນື້ອໃນ, ມາດຕະການຈັດຕັ້ງປະຕິບັດ ແລະ ຈຸດປະສົງ ຂອງເອກະສານດັ່ງກ່າວ ວ່າ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແລະ ດ້ານດີ, ເດັດດ່ຽວປັບປຸງ, ແກ້ໄຂຈຸດອ່ອນຂໍ້ຄົງຄ້າງ ແລະ ສິ່ງທ້າທາຍທົດສອບ ທີ່ເປັນໄພອັນຕະລາຍຕໍ່ພັກເຮົາ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງພັກ ແລະ ຍົກສູງ ຄວາມເປັນແບບຢ່າງນຳໜ້າ ຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດໃຫ້ສອດຄ່ອງ ແລະ ເປັນເອກະພາບໃນທົ່ວພັກ ເພື່ອຮັບປະກັນໃຫ້ການນຳພາຂອງພັກ ຕ້ອງສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງື່ອນໄຂ ແລະ ສະພາບແວດລ້ອມໃໝ່ ສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ ແລະ ໃນພິທີ ຍັງໄດ້ຮັບຟັງການອະທິບາຍວິທີການ ແລະຂັ້ນຕອນ ການຈັດຕັ້ງປະຕິບັດໃນບາດກ້າວຕ່າງໆ.

ຈາກນັ້ນ ສະຫາຍ ນາງ ດຣ ບັນລຽງ ວໍລະສານ ຍັງໄດ້ຜ່ານເອກະສານ ຄຳສັ່ງຂອງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອເປັນບ່ອນອີງໃນການດຳເນີນຊີວິດການເມືອງ.

ພາຍຫຼັງສຳເລັດການເຊື່ອມຊືມເອກກະສານຕ່າງໆແລ້ວ ບັນດາສະຫາຍສະມາຊິກພັກ ຈະໄດ້ຂຽນໃບສຳຫຼວດຕົນເອງ ພ້ອມທັງຜ່ານໃບສຳຫຼວດ ເພື່ອຕີລາຄາຕົນເອງ ແລະ ສົ່ງຂ່າວ, ຕໍານິຕິຊົມສະມາຊິກພັກພາຍໃນໜ່ວຍ ແລະ ກໍ່ສ້າງຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ພ້ອມນັ້ນ ກໍ່ຍັງມີການຈັດແບ່ງປະເພດສະມາຊິກພັກ ໂດຍອີງໃສ່ 5 ເນື້ອໃນຂອງພັກວາງອອກໃຫ້ຖືກຕ້ອງ ແລະ ສອດຄ່ອງ ກັບສະພາບຄວາມເປັນຈິງ.

About admins16