2 ພາກສ່ວນ ມອບເຄື່ອງເຂົ້າໃນການຕ້ານພະຍາດໂຄວິດ 19

ເພື່ອເປັນການປະກອບສ່ວນຊຸກຍູ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19 ໃນຕອນບ່າຍຂອງວັນທີ 02 ກັນຍາ 2021 ຢູ່ຫ້ອງວ່າການແຂວງ ທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍຄະນະ ແລະ ທ່ານນາງ ຈິດຕະສິນ ບໍລິຈັກ ຕົວແທນ CP ຮ້ານຊີ້ນໝູສາຂາປາກຊັນ ໄດ້ນຳເອົາເຄື່ອງຈຳນວນໜຶ່ງ ມາມອບໃຫ້ແຂວງບໍລິຄຳໄຊ ຕາງໜ້າຮັບໂດຍ ທ່ານ ສາຍຄຳ ວົງຄຳທອງ ຮອງຫົວໜ້າຫ້ອງວ່າການແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ໄຂ່, ນໍ້າດື່ມ ແລະ ໝີ່ ລວມເປັນເງິນທັງໝົດ 5.200.000 ກີບ. ເພື່ອເປັນການປະກອບສ່ວນ ໃຫ້ຄະນະສະເພາະກິດຂັ້ນແຂວງ ນຳໄປຊ່ວຍເຫຼືອ ພະນັກງານແພດໝໍ ແລະ ຄົນເຈັບທີ່ກຳລັງຮັບການປີ່ນປົວຢູ່ສູນປີ່ນປົວພະຍາດໂຄວິດຂອງແຂວງ.

About admins16