ສະພາປະຊາຊົນແຂວງບໍລິຄຳໄຊ ລົງຕິດຕາມການກໍ່ສ້າງຕະຫຼາດປາກຊັນ ວີເອັນແອວ

ໃນຕອນບ່າຍຂອງວັນທີ 01 ກັນຍາ 2021 ທ່ານ ເລື່ອນວິໄລ ຈັນທະລາພັນ, ທ່ານ ໃສຄຳ ທອງລັດ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ການກໍ່ສ້າງໂຄງການຕະຫຼາດປາກຊັນ ວີເອັນແອລ ໂດຍມີຜູ້ພັດທະນາໂຄງການ ແລະ ພາກສ່ວນຕ່າງໆ ຮ່ວມພາທາງ.

ທ່ານ ຈ່ຽນ ວັນນະເລີດ ປະທານ ບໍລິສັດ ວີເອັນແອລ ( VNL) ຈຳກັດຜູ້ດຽວ ໃນນາມຜູ້ພັດທະນາໂຄງການຕະຫຼາດປາກຊັນ ໄດ້ລາຍງານສະພາບໂດຍລວມ ໃນການຈັດຕັ້ງປະຕິບັດວຽກງານຕະຫຼອດໄລຍຜ່ານມາ ໂດຍຍົກໃຫ້ເຫັນຂໍ້ສະດວກ ແລະ ຂໍ້ຫຍຸງຍາກ.

ໂຄງການກໍ່ສ້າງພັດທະນາຕະຫຼາດປາກຊັນ ວີເອັນແອວ ເລີ່ມລົງມືປະຕິບັດມາແຕ່ທ້າຍເດືອນພະຈິກ 2020 ເປັນຕົ້ນມາ ຕາມບົດບັນທຶກສັນຍາ 2 ຝ່າຍ ຄື: ຝ່າຍລັດ ແລະ ຝ່າຍຜູ້ພັດທະນາໂຄງການ.

ໂຄງການປະກອບມີ 16 ກິດຈະກໍາ ແບ່ງເປັນ 5 ໄລຍະການກໍ່ສ້າງ ຄື: ໄລຍະທີ 1 ແມ່ນໄລຍະກໍ່ສ້າງອາຄານຕະຫຼາດສົດ, ຮົ້ວ ແລະ ຄິວລົດ, ໄລຍະທີ 2 ປຸກອາຄານຕຶກຫ້ອງແຖວ A ຈຳນວນ 25 ຫຼັງ, ໄລຍະ 3 ກໍ່ສ້າງຫ້ອງການຈຳນວນ 4 ຫ້ອງ 2 ຊັ້ນ, ກໍ່ສ້າງຫ້ອງປະຊຸມ ແລະ ສະຖານທີ່ລ້າງອັດສີດລົດ, ໄລຍະ 4 ກໍ່ສ້າງຕຶກຫ້ອງແຖວອາຄານ B ແລະ C ຈຳນວນ 12 ຫຼັງ ແລະ ໄລຍະທີ 5 ກໍ່ສ້າງຕຶກຫ້ອງແຖວ D ແລະ E ຈຳນວນ 14 ຫຼັງ ລວມມູນຄ່າການລົງທຶນທັງໝົດປະມານ 130 ຕື້ກີບ.

ສຳລັບການກໍ່ສ້າງໄລຍະທີ 1 ວຽກກໍ່ສ້າງສະຖານີຂົນສົ່ງລົດໂດຍສານ ປະຕິບັດສໍາເລັດ 100%, ວຽກງານກໍ່ສ້າງອາຄານຕະຫຼາດສົດມີຄວາມຍາວ 140 ແມັດ ກວ້າງ 46,8 ແມັດ ແລະ ມີເທີບອອກ ຂ້າງລະ 4,5 ແມັດ, ວຽກງານກໍ່ສ້າງຮົ້ວ ແມ່ນຍັງບໍ່ທັນໄດ້ລົງມືຈັດຕັ້ງປະຕິບັດ ສັງລວມແລ້ວການກໍ່ສ້າງໜ້າວຽກທັງໝົດໃນໄລຍະທີ 1 ແມ່ນປະຕິບັດໄດ້ກ່ວາ 70%.

ສາເຫດທີ່ພາໃຫ້ການກໍ່ສ້າງ ບໍ່ສາມາດຈັດຕັ້ງບັນລຸຕາມຄາດໝາຍທີ່ວາງໄວ້ນັ້ນ ແມ່ນມີຫຼາຍເຫດຜົນຈາກຫຼາຍປັດໃຈອ້ອມຂ້າງ ເປັນຕົ້ນແມ່ນການແຜ່ລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ການນໍາເຂົ້າວັດສະດຸຈາກຕ່າງປະເທດພົບຄວາມຫຍຸງຍາກ, ການກໍ່ສ້າງແມ່ນຢູ່ໃນໄລຍະລະດູຝົນ ແລະ ບັນຫາປິ່ນອ້ອມອື່ນໆ.

ສຳລັບໄລຍະທີ 2 ປຸກອາຄານຕຶກຫ້ອງແຖວ A ຈຳນວນ 25 ຫຼັງ ແມ່ນຈະໄດ້ລົງມືຈັດຕັ້ງປະຕິບັດໃນທ້າຍເດືອນຕຸລາ 2021 ນີ້.

ໂອກາດນີ້ ທ່ານ ເລື່ອນວິໄລ ຈັນທະລາພັນ ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ ຕາງໜ້າໃຫ້ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 11, ສະມາຊິກສະພາປະຊາຊົນແຂວງ ໄດ້ກ່າວຄວາມຍ້ອງຍໍຊົມເຊີຍ ມາຍັງປະທານບໍລິສັດ ວີເອັນແອລ ທີ່ໄດ້ມີຄວາມມຸ່ງໝັ້ນພັດທະນາໂຄງການຕະຫຼາດປາກຊັນ ໃຫ້ມີໃບໜ້າໃໝ່, ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໃຫ້ຜູ້ພັດທະນາໂຄງການຈົ່ງໄດ້ສືບຕໍ່ປະຕິບັດບັນດາກິດຈະກຳໜ້າວຽກຕ່າງໆໃຫ້ ບັນລຸຕາມສັນຍາ ແລະ ກົດໝາຍທີ່ກ່ຽວຂ້ອງທີ່ວາງໄວ້.

About admins16