ແຂວງບໍລິຄໍາໄຊ ສະຫຼຸບຖອດຖອນບົດຮຽນ ວິທະຍາສາດຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ

ໃນວັນທີ 01 ກັນຍາ 2021 ແຂວງບໍລິຄໍາໄຊ ໄດ້ເປີດກອງປະຊຸມ ສະຫຼຸບຖອນຖອນບົດຮຽນ ວິທະຍາສາດ ຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ໄລຍະ 03 ປີ ( 2018 -2020 ), ໂດຍການເປັນປະທານຂອງທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ, ທ່ານ ພັນເອກ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ທ່ານ ພັນເອກ ກົງສີ ສຸວັນນະຕຸ້ມ ຫົວໜ້າກົມຕໍາຫຼວດຈາລະຈອນ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາກໍາມະການພັກແຂວງ, ເລຂາພັກເມືອງ, ກອງບັນຊາການ ປກສ 07 ຕົວເມືອງ, ພະແນກການອ້ອມຂ້າງ, ຕະຫຼອດຮອດພະນັກງານພະແນກຕໍາຫຼວດຈາລະຈອນ ເຂົ້າຮ່ວມ.

ທ່ານ ພັນໂທ ຄໍາແພງ ນໍາພາວັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ຜ່ານບົດສະຫຼຸບ ຖອດຖອນບົດຮຽນວິທະຍາສາດ ຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ແຕ່ປີ 2018 – 2020 ວ່າ: ຜ່ານການຈັດຕັ້ງປະຕິບັດຕາມເນື້ອໃນກອງປະຊຸມວິທະຍາສາດ ຕາມແຜນດໍາເນີນງານຫຼຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນ ສະບັບ ເລກທີ 7072/ປກສ.ຂ ລົງວັນທີ 10 ທັນວາ 2018, ສາມາດເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີຄວາມຮັບຮູ້, ເຂົ້າໃຈ ກົດລະບຽບຈະລາຈອນຫຼາຍຂື້ນ, ການສັນຈອນມີຄວາມສະດວກສະບາຍ, ສັງຄົມມີຄວາມສະຫງົບ, ທັງພ້ອມກັນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ໂດຍຜ່ານການເຮັດທົດລອງວຽກງານຫຼຸດຜ່ອນອຸປະຕິເຫດຢູ່ເມືອງ ຄໍາເກີດ, ເມືອງບໍລິຄັນ, ເມືອງທ່າພະບາດ ແລະ ເມືອງວຽງທອງ ເຊີ່ງໄດ້ສຸ່ມໃສ່ 05 ວຽກງານຕົ້ນຕໍສໍາຄັນ ເຊັ່ນ: ວຽກງານໂຄສະນາສືກສາອົບຮົມ, ວຽກງານຈະລາຈອນ, ທາງຫຼວງ ແລະ ຈັດສັນລະບຽບ, ວຽກງານແກ້ໄຂອຸປະຕິເຫດ, ວຽກງານຄຸ້ມຄອງພາຫະນະ ແລະ ຕິດປ້າຍລົດ, ວຽກງານປະສານສົມທົບ.

ຜ່ານການຈັດຕັ້ງປະຕິບັດຕາມໂຄງການ ສັງລວມ ໄດ້ວ່າ: ສາເຫດຫຼັກທີ່ພາໃຫ້ເກີດອຸປະຕິເຫດ ແມ່ນເກີດຈາກ ຄົນ, ເກີດຈາກເສັ້ນທາງ – ສະພາບແວດລ້ອມ ແລະ ເກີດຈາກພາຫະນະ, ໃນໄລຍະ 03 ປີຜ່ານມາ ສະຫຼຸບສັງລວມ ອຸປະຕິເຫດເກີດຂື້ນທັງໝົດ 965 ເລື່ອງ, ພາຫະນະເປ່ເພ 1.747 ຄັນ, ຄົນໄດ້ຮັບບາດເຈັບ 1.681 ຄົນ ແລະ ເສຍຊີວິດ 198 ຄົນ, ປັດໃຈທີ່ສົ່ງຜົນສະທ້ອນເຖິງການເກີດອຸປະຕິເຫດຜ່ານການຄົ້ນຄວ້າ ແລະ ປະຕິບັດຕາມແຜນການໂຄງການແລ້ວເຫັນວ່າ: ອຸປະຕິເຫດເກີດຂື້ນຍ້ອນຜູ້ຂັບຂີ່ 881 ເລື່ອງ, ຍ້ອນເສັ້ນທາງ-ສະພາບແວດລ້ອມ 53 ເລື່ອງ ແລະ ຍ້ອນສະພາບເຕັກນິກລົດບໍ່ຮັບປະກັນ 31 ເລື່ອງ, ສົບທຽບອັດຕາການເສຍຊີວິດ ປີ 2018 ກັບປີ 2019 ເພີ່ມຂື້ນ 22 ຄົນ, ປີ 2019 ກັບປີ 2020 ຫຼຸດລົງ 05 ຄົນ.

ພ້ອມນັ້ນ ຍັງໄດ້ຍົກໃຫ້ເຫັນທິດທາງແຜນການ ແລະ ວີທີແກ້ໄຂບັນຫາການເກີດອຸປະຕິເຫດ ໂດຍຈະສຸ່ມໃສ່ວຽກງານໂຄສະນາສືກສາອົບຮົມໃຫ້ຜູ້ຂັບຂີ່ໄດ້ຮັບຮູ້, ເຂົ້າໃຈກົດລະບຽບຈະລາຈອນໃຫ້ຫຼາຍຂື້ນ, ປະສານສົມທົບກັບພະແນກການກ່ຽວຂ້ອງ ເພື່ອປັບປຸງລະບົບເສັ້ນທາງ, ປ້າຍຫ້າມ, ປ້າຍເຕືອນ ໃຫ້ມີຄວາມພຽງພໍ ແລະ ຮັບປະກັນ, ປະສານສົມທົບກັບພາກສ່ວນກ່ຽວຂ້ອງຢ່າງເຂັ້ມງວດ ໃນການກວດກາການນໍາເຂົ້າພາຫະນະ, ກວດກາເຕັກນິກລົດ, ການດໍາເນີນຄະດີ ໃຫ້ມີຄວາມວ່ອງໄວ, ຖືກຕ້ອງ, ຊັດເຈນ, ພາວະວິໄສ ແລະ ຍຸຕິທໍາ.

 

About admin11