15 ວຽກງານ 6 ເດືອນທ້າຍປີ 2022 ທີ່ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດ

ເພື່ອຮັບປະກັນຜົນສຳເລັດ ຂອງວຽກງານພັດທະນາເສດຖະກິດ – ສັງຄົມ ອົງການປົກຄອງແຂວງ ຕ້ອງເລັ່ງຈັດຕັ້ງປະຕິບັດຫຼາຍວຽກງານທີ່ຈຳເປັນ ທ່ານ ສີສະຫວາດ ນັນທະບຸນ ປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານ ຂອງອົງການປົກຄອງແຂວງບໍລິຄຳໄຊ ກ່ຽວກັບການຈັດຕັ້ງແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ທີ່ໄດ້ຈັດຂຶ້ນໃນວັນທີ 10 ສິງຫາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງບໍລິຄຳໄຊ.

ຜ່ານການຮັບຟັງລາຍງານໂດຍສັງເຂບຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນຕົ້ນປີ ເຫັນວ່າ ແຂວງບໍລິຄໍາໄຊ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ໃນບາງຂະແໜງການ ຍັງສືບຕໍ່ຂະຫຍາຍຕົວ, ແຕ່ເຖີງຢ່າງໄດກໍ່ຕາມ ເຫັນວ່າ ມີຄາດໝາຍສູ້ຊົນຈໍານວນໜຶ່ງ ທີ່ບໍ່ສາມາດຈັດຕັ້ງປະຕິບັດໃຫ້ບັນລຸໄດ້ ຕາມມະຕິຂອງກອງປະຊຸມສະພາປະຊາຊົນແຂວງ.

ຕໍ່ທິດທາງແຜນພັດທະນາເສດຖະກິດ – ສັງຄົມ, ແຜນງົບປະມານແຫ່ງລັດ 6 ເດືອນທ້າຍປີ 2022 ອົງການປົກຄອງແຂວງ ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ ຄົ້ນຄວ້າພິຈາລະນາ ບາງເນື້ອໃນເພີ່ມເຕີມ ຄື: ສືບຕໍ່ຕິດຕາມ, ຄົ້ນຄ້ວາຕີລາຄາ ແລະ ຄາດຄະເນສະພາບການຜັນແປຂອງເສດຖະກິດໂລກ, ພາກພື້ນ ແລະ ພາຍໃນປະເທດ ໃຫ້ຈະແຈ້ງຊັດເຈນ ໃຫ້ທັນການ ເພື່ອກຳເອົາກາລະໂອກາດ, ສິ່ງທ້າທາຍ, ມີມາດຕະການຮັບມືຢ່າງເປັນເຈົ້າການ ແລະ ໃຫ້ທ່ວງທັນກັບສະພາບການ, ກຳນົດມາດຕະການປະຕິບັດແຜນງົບປະມານ ໃຫ້ຕິດພັນກັບແຜນວາລະແຫ່ງຊາດ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ໂດຍສະເພາະການແກ້ໄຂໜີ້ສິນສາທາລະນະໃຫ້ມີຄວາມຄືບໜ້າ ເພື່ອໃຫ້ສາມາດບັນລຸຄາດໝາຍຕາມທີ່ໄດ້ກຳນົດໄວ້, ເລັ່ງລັດການຫັນເປັນທັນສະໄໝ ດ້ວຍລະບົບດີຈີຕອນ ໃນຂົງເຂດການເງິນ – ງົບປະມານ, ຮັບປະກັນການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍງົບປະມານໃຫ້ເປັນລະບົບ, ປະຕິບັດວິໄນທາງການເງິນ ຢ່າງເຂັ້ມງວດຕາມກົດໝາຍ ໃຫ້ມີຜົນສັກສິດ ມີປະສິດທິພາບ ແລະ ປະສິດທິຜົນ, ເອົາໃຈໃສ່ປະຕິບັດມາດຕະການທີ່ໄດ້ກຳນົດໄວ້ ເພື່ອບັນລຸຄາດໝາຍເງິນຕາທີ່ເປັນບັນຫາແຫຼມ ເປັນຕົ້ນ ອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ເພື່ອຮັບປະກັນສະຖຽນລະພາບ ດ້ານເສດຖະກິດມະຫາພາກ, ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ເຂົ້າສູ່ວິກິດການທີ່ໜັກໜ່ວງ ແລະ ຫລຸດຜ່ອນຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ.

ເອົາໃຈໃສ່ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຊຳລະສະສາງຢູ່ພາຍໃນ ດ້ວຍສະກຸນເງິນກີບໃຫ້ມີຜົນສັກສິດ ແລະ ເຂັ້ມແຂງຂື້ນຕື່ມ ເພື່ອຫຼຸດຜ່ອນຄວາມຕ້ອງການເງິນຕາຕ່າງປະເທດ ແລະ ຮັກສາຄ່າຂອງເງິນກີບໃຫ້ເຂັ້ມແຂງ, ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃນການສະໜອງທຶນສິນເຊື່ອ, ແນວພັນ, ຝຸ່ນ ແລະ ອື່ນໆ ເພື່ອຮັບປະກັນໃຫ້ແກ່ການຜະລິດກະສິກຳທັນລະດູການ ພ້ອມທັງກວດກາຄືນລະບົບຊົນລະປະທານ ໃຫ້ຮັບປະກັນໄດ້ການຕ້ານແລ້ງຕ້ານຖ້ວມ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສະໜອງສະບຽງອາຫານພາຍໃນໃຫ້ພຽງພໍ, ຊຸກຍູ້ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ ແລະ ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແບບຮອບດ້ານ ຮອດປີ 2030.

ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມເປີດກ້ວາງຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ VII ສະບັບເລກທີ 380/ຄບ.ຂບຊ, ລົງວັນທີ 26 ກໍລະກົດ 2021 ກ່ຽວກັບການ ຮັບຮອງເອົາການແກ້ໄຂທີ່ດິນໃນທົ່ວແຂວງ ໂດຍຈັດຕັ້ງປະຕິບັດຢູ່ເມືອງບໍລິຄັນ ແລະ ເຮັດເປັນເມືອງທົດລອງ ໃຫ້ເປັນຮູບປະທຳ, ກໍານົດນະໂຍບາຍ ແລະ ມາດຕະການແກ້ໄຂຄາດໝາຍຈຳນວນໜຶ່ງ ໃນຂະແໜງສຶກສາທິການ ແລະ ກິລາ ທີ່ບໍ່ສາມາດບັນລຸຕາມແຜນທີ່ວາງໄວ້, ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄ້ວາ, ກຳນົດມາດຕະການ, ວິທີການ ເພື່ອສືບຕໍ່ຈັດຕັ້ງປະຕິບັດ ບັນດາຄາດໝາຍ ຂະແໜງສຶກສາທິການ ແລະ ກິລາ ທີ່ບັນລຸແລ້ວ ໃຫ້ມີຄວາມຍືນຍົງ ແລະ ສຸມໃສແກ້ໄຂບນດາຄາດ ໝາຍທີ່ບໍ່ບັນລຸ ໃຫ້ມີຄວາມຄືບໜ້າ ແລະ ສາມາດບັນລຸຕາມແຜນການ, ເອົາໃຈໃສ່ໂຄສະນາ ວຽກງານສຸຂະສຶກສາ, ໂພຊະນາການ, ສຸຂະອານາໄມ ແລະ ການ ຮັກສາສິ່ງແວດລ້ອມ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ສູ້ຊົນຈັດຕັ້ງປະຕິບັດບັນດາຄາດໝາຍດ້ານສາທາລະນະສຸກ ທີ່ບໍ່ບັນລຸໃຫ້ບັນລຸຕາມແຜນ,ເອົາໃຈໃສ່ຄົ້ນຄ້ວາ ແລະ ກໍານົດມາດຕະການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ 19, ພະຍາດຕາມລະດູການ ແລະ ພະຍາດອື່ນໆ.

ໂຄສະນາດຶງດູດນັກທ່ອງທ່ຽວ ຕາມແຜນການເປີດປະເທດ ແລະ ການທ່ອງທ່ຽວສີຂຽວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ, ຈັດສັນງົບປະມານ ຮັບໃຊ້ບັນດາຄາດໝາຍ ທີ່ຍັງບໍ່ທັນບັນລຸ ໃຫ້ມີຄວາມຄືບໜ້າ, ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາສີມືແຮງງານ, ຈັດຫາວຽກເຮັດງານທຳໃຫ້ແຮງງານລາວ ເພື່ອຕອບສະໜອງແຮງງານໃຫ້ບັນດາໂຄງການຕ່າງໆພາຍໃນແຂວງ ແລະ ເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດເທດ ເພື່ອແກ້ໄຂບັນຫາການຫວ່າງງານ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ປະເມີນ ແລະ ທົບທວນຄືນໜ້າວຽກ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ ພ້ອມທັງງົບປະມານ ໃນວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ໃນເຂດຈຸດສຸມ ແລະ ເມືອງເປົ້າໝາຍ ທີ່ໄດ້ກໍານົດໃຫ້ຫຼຸດພົ້ນຄວາມທຸກຍາກ.

ຄົ້ນຄ້ວາ ແລະ ກຳນົດມາດຕະການ ດ້ານການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສົມດຸນ, ປັບປຸງ ແລະ ຂະຫຍາຍຕາໜ່າງສະຖານີອຸຕຸນິຍົມ, ອຸທົກກະສາດ, ເຕືອນໄພລ່ວງໜ້າ ພ້ອມທັງວາງມາດຕະການຮັບມື ແລະ ແກ້ໄຂ ເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທາງທຳມະຊາດ ທີ່ຈະເກີດຂື້ນໃນແຕ່ລະດູການ, ປະຕິບັດວຽກງານ 3 ສ້າງ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຈຸດສຸມ, ມີການແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ອົງການປົກຄອງເມືອງ ແລະ ອຳນາດການປົກຄອງບ້ານ ໃຫ້ມີຄວາມເປັນເຈົ້າການຫຼາຍຂື້ນ ແລະ ເອົາໃຈໃສ່ການຄຸ້ມຄອງບໍລິຫານລັດ ໃຫ້ໄປຕາມກົດໝາຍ, ແກ້ໄຂປະກົດການຫຍໍ້ທໍ້ ທີ່ ເກີດຂື້ນໃນຂົງເຂດການບໍລິຫານລັດ ໃຫ້ມີປະສິດທິພາບ ປະສິດທິຜົນສູງ ມີຜົນສັກສິດ ແລະ ເຂັ້ມງວດ.

About admins14