ສື່ – ມີບົດບາດສຳຄັນ ໃນການສ້າງສາ ແລະ ພັດທະນາປະເທດຊາດ

ທ່ານ ລຳສະໄໝ ວໍລະສານ

ສື່ ເປັນເຄື່ອງມືທີ່ສຳຄັນ, ເປັນກະບອກສຽງອັນແຫຼມຄົມ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,  ລະບຽບກົດໝາຍຂອງລັດ, ປຸກລະດົມຂົນຂວາຍການມີສ່ວນຮ່ວມຂອງພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າໃນພາລະກິດການຕໍ້ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທ່ານ ລຳສະໄໝ ວໍລະສານ ອະດີດຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດໃນວັນທີ 10 ສິງຫາ 2022 ເນື່ອງໃນໂອກາດວັນສ້າງຕັ້ງສື່ມວນຊົນ ແລະ ວັນພີມຈໍາໜ່າຍ ຄົບຮອບ 72 ປີ ( 13 ສິງຫາ 1950 – 13 ສິງຫາ 2022 ).

ວັນສື່ມວນຊົນ ເປັນອີກວັນໜຶ່ງທີ່ມີຄວາມໝາຍຄວາມສຳຄັນ ແລະ ຂາດບໍ່ໄດ້ ໃນການໂຄສະນາ ຊີ້ແຈງເລື່ອງລາວທີ່ເກີດຂຶ້ນ ໃຫ້ສັງຄົມໄດ້ຮັບຮູ້, ເປັນກະບອກສຽງອັນແຫຼມຄົມ ໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ,  ລະບຽບກົດໝາຍຂອງລັດ, ການພັດທະນາວຽກສື່ ຕ້ອງໄປຄຽງຄູ່ກັບການພັດທະນາພັດທະນາເສດຖະກິດ ຕິດພັນກັບການພັດທະນາສັງຄົມ ສົມທົບແໜ້ນກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ໃຫ້ມີການຂະຫຍາຍຕົວໄປພ້ອມໆກັນ ພາຍໃຕ້ການຊີ້ນຳຂອງພັກ, ການຄຸ້ມຄອງຂອງລັດ ແລະ ຮີດຄອງປະເພນີ.

ຄະນະພະແນກ ຖວທ ແຂວງ ເຂົ້າອວຍພອນ ທ່ານ ຄຳພວງ ແພງດວງແກ້ວ ອະດີດຫົວໜ້າພະແນກ ຖວທ ແຂວງບໍລິຄຳໄຊ

ໂດຍປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການສ້າງສາພັດທະນານີ້ ສິ່ງໃດມີແລ້ວກໍ່ຄວນຮັກສາໄວ້, ສິ່ງໃດບໍ່ງາມແມ່ນໃຫ້ພັດທະນາ, ສິ່ງທີ່ບໍ່ມີຕ້ອງໄດ້ພ້ອມກັນສ້າງ ສ້າງແລ້ວບໍ່ງາມຕ້ອງໄດ້ສ້າງໃໝ່ ເປັນຕົ້ນແມ່ນ ທາງດ້ານແນວຄິດ, ການເວົ້າ ແລະ ການເຮັດ, ການສ້າງສາພັດທະນາ ພາຍໃຕ້ການນຳພາຂອງພັກ ສ້າງຊາດລາວໃຫ້ກ້າວໄປສູ່ຄວາມວັດທະນະຖາວອນ ຕ້ອງໄດ້ເລີ່ມຈາກຄົນຖາວອນ, ແນວຄິດ, ແນວເວົ້າ ການເຮັດໃຫ້ຖາວອນ, ຄອບຄົວ, ບ້ານ, ເມືອງ, ແຂວງ ແລ້ວປະເທດຊາດຈຶ່ງຈະຖາວອນໄດ້ ແລະ ຕ້ອງປະຕິບັດໃຫ້ໄດ້ 7 ຮໍ ຄື: ຮັບຟັງທຸກເລື່ອງ, ຮອດຕົວຈິງ, ຮຽນຮູ້ດ້ວຍຕົນເອງ, ຮູ້ແລ້ວຈຶ່ງເຮັດ, ຮັກແພງກັນ, ຮ່ວມມືກັນ ແລະ ຮ່ວມຈິດຮ່ວມໃຈສາມັກຄີກັນ.

ທ່ານ ລຳສະໄໝ ວໍລະສານ ຍັງໄດ້ຮຽກຮ້ອງມາຍັງນັກສື່ມວນຊົນ ໃຫ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນກົກ, ສຶກສາອົບຮົມພະນັກງານວິຊາການ ໃຫ້ມີສະຕິລະວັງຕົວ ບໍ່ຫຼົງຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ, ເອົາໃຈໃສ່ສຶກສາຄົ້ນຄວ້າວຽກງານສະເພາະ, ຮຽນຮູ້ເທັກໂນໂລຊີ ໃຫ້ທັນສະໄໝທັງຄົນທັງເຄື່ອງອຸປະກອນຮັບໃຊ້ ບົນຈິດໃຈສາມັກຄີປອງດອງ, ຮັກສາພາລະບົດບາດວຽກງານສື່ໃຫ້ດີຂຶ້ນກວ່າເກົ່າ, ຂ່າວຕ້ອງວ່ອງໄວ ທັນເຫດການ ຊັດເຈນ, ຖືກຕ້ອງຕາມຄວາມເປັນຈິງ, ມີຈັນຍາບັນ, ຈັນຍາທຳ ຕໍ່ໜ້າທີ່ວຽກງານ ແລະ ຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ.

About admins16