6 ເດືອນຕົ້ນປີ GPP ບໍລິຄຳໄຊ ບັນລຸໄດ້ 3,17%

ເຖິງສະພາບການພັດທະນາເສດຖະກິດ – ສັງຄົມ ຈະພົບກັບຄວາມຫຍຸ້ງຍາກ ແຕ່ອົງການປົກຄອງແຂວງ ໄດ້ສຸມໃສ່ປະຕິບັດຫຼາຍວຽກງານທີ່ສຳຄັນ ແລະ ບັນດາຄາດໝາຍດ້ານເສດຖະກິດທີ່ເປັນຈຸດສຸມ ທ່ານ ປອ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ 6 ເດືອນຕົ້ນປີ ຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ສະພາປະຊາຊົນແຂວງບໍລິຄໍາໄຊ ຊຸດທີ II ທີ່ໄຂຂຶ້ນໃນວັນທີ 10 ສິງຫາ 2022 ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ.

ທ່ານເຈົ້າແຂວງໄດ້ຕີລາຄາສະພາບລວມ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປະຈໍາ 6 ເດືອນຕົ້ນປີ 2022, ໃນນັ້ນ ການຂະຫຍາຍຕົວດ້ານເສດຖະກິດ ເຫັນວ່າລວມຍອດຜະລິດຕະພັນພາຍໃນແຂວງ (GPP) ປະຕິບັດໄດ້ 3.902,3 ຕື້ກີບ, ດ້ວຍອັດຕາການຂະຫຍາຍຕົວ 3,17%, ທຽບໃສ່ຄາດໝາຍຂອງແຜນປີ ປະຕິບັດໄດ້ 56,4%, ລວມຍອດຜະລິດຕະພັນສະເລ່ຍໃສ່ພົນລະເມືອງ ປະຕິບັດໄດ້ 1.005 ໂດລາ ເປັນເງິນກີບປະມານ 12,11 ລ້ານກີບ/ຄົນ, ທຽບໃສ່ຄາດໝາຍປະຕິບັດໄດ້ 56,39%, ການລົງທຶນທັງໝົດປະຕິບັດໄດ້ 792,37 ຕື້ກີບ, ເທົ່າກັບ 57,4% ຂອງແຜນປີ, ມູນຄ່າຕົວເລກຈະລາຈອນຊື້ – ຂາຍສິນຄ້າ ທັງໝົດ 1.966 ຕື້ກີບ ເທົ່າກັບ 73,86%, ມູນຄ່າສິນຄ້າສົ່ງອອກ 183,26 ລ້ານໂດລ່າ ລື່ນແຜນການປີ 3 ເທົ່າຕົວ.

         ໄດ້ຊຸກຍູ້ສົ່ງເສີມຫົວໜ່ວຍ SME ໃນການເຂົ້າຫາແຫຼ່ງທຶນ ດອກເບ້ຍ 3% ໄດ້ຈໍານວນ 2 ຫົວໜ່ວຍ ມູນຄ່າ 6,3 ຕື້ກີບ, ໂຄງການເຂື່ອນນໍ້າເທີນ 1 ປະຕິບັດໄດ້ 99,26% ຂອງໜ້າວຽກທັງໝົດ, ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ປາກຊັນ – ບຶງການ ສັນຍາ 1 ປະຕິບັດໄດ້ 36,73%, ສັນຍາ 2 ໄດ້ 49,05, ຂຶ້ນສໍາມະໂນທີ່ດິນໄດ້ 2.948 ຕອນ ເທົ່າກັບ 99,93% ຂອງແຜນປີ, ອອກໃບຕາດິນໄດ້ 2.414 ຕອນ ເທົ່າກັບ 34,48% ຂອງແຜນປີ.

ສຳລັບແຜນການ 6 ເດືອນທ້າຍປີ ຕໍ່ວຽກງານເສດຖະກິດ ທ່ານ ປອ ກອງແກວ ໄຊສົງຄາມ ຍັງໄດ້ຍົກໃຫ້ເຫັນຫຼາຍວຽກງານສຳຄັນ ທີ່ຕ້ອງໄດ້ເລັ່ງໃຫ້ຈັດຕັ້ງປະຕິບັດ ເປັນຕົ້ນແມ່ນ ສືບຕໍ່ສູ້ຊົນໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ມີຄຸນນະພາບໃໝ່, ລວມຍອດຜະລິດຕະພັນພາຍໃນແຂວງ (GPP) ໃຫ້ຂະຫຍາຍຕົວຢູ່ໃນລະດັບ 5% ມີມູນຄ່າຕາມລາຄາໃນປີ 6.918 ຕື້ກີບ, ສະເລ່ຍຕໍ່ຫົວຄົນ 20 ລ້ານກວ່າກີບ ຫຼື ເທົ່າກັບ 2.281 ໂດລາ, ສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ຕິດພັນກັບ 2 ວາລະແຫ່ງຊາດ ໃຫ້ກົມກຽວກັນ ແລະ ໃຫ້ໄປຕາມແຜນທີ່ໄດ້ກຳນົດໄວ້, ຊຸກຍູ້ການຜະລິດລະດູຝົນ ໃຫ້ສໍາເລັດຕາມແຜນການ, ເລັ່ງປັກດໍານາປີ ແລະ ສົ່ງເສີມການຜະລິດທົດແທນການນໍາເຂົ້າ ໃນສ່ວນທີ່ແຂວງມີທ່າແຮງ ແລະ ວຽກງານອື່ນໆ.

About admins14