ໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

ບັ້ນດຳເນີນຊີວິດການເມືອງ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳ 6 ເດືອນ ຂອງໜ່ວຍພັກຮາກຖານສະຫະພັນແມ່ຍິງແຂວງ ໄດ້ຈັດຂຶ້ນໃນວັນທີ 5 ກໍລະກົດ 2021 ຢູ່ຫ້ອງປະຊຸມຂອງຕົນ ເປັນປະທານໂດຍສະຫາຍ ນາງ ຄຳປິວ ສີສົມບັດ ກຳມະການພັກແຂວງ ວ່າການເລຂາໜ່ວຍພັກຮາກຖານ ສະຫະພັນແມ່ຍິງແຂວງແຂວງບໍລິຄຳໄຊ ມີບັນດາຄະນະພັກ, ສະມາຊິກພັກ ແລະ ມະຫາຊົນພາຍໃນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໂດຍມີຫຼາຍເນື້ອໃນທີ່ສຳຄັນ ເປັນຕົ້ນແມ່ນ ການຕິດຕາມກວດກາ, ຊຸກຍູ້ ແລະ ປະເມີນຜົນຢ່າງເຂັ້ມງວດ, ປະສານສົມທົບຢ່າງກົມກຽວລະຫວ່າງການນຳພາຂອງພັກ ກັບການເສີມຂະຫຍາຍບົດບາດ, ໜ້າທີ່, ສິດ, ການຄຸ້ມຄອງຂອງອົງການປົກຄອງ, ຍຶດໝັ້ນ ແລະ ເສີມຂະຫຍາຍແບບວິທີນຳພາ ທີ່ເປັນມູນເຊື້ອອັນດີງາມຂອງພັກ, ແບບແຜນນຳພາຕິດແທດຮາກຖານ, ເປັນເຈົ້າການຕ້ານພະຍາດອາຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ເຮັດວຽກແບບຜິວເຜີນ, ການນຳພາປະຕິບັດໜ້າທີ່ການເມືອງ, ນຳພາແກ້ໄຂຄວາມທຸກຍາກຂອງປະຊາຊົນ ເພື່ອສ້າງບ້ານໃຫ້ກາຍເປັນບ້ານພັດທະນາ, ເຮັດໃຫ້ຊີວິດການເປັນຢູ່ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ, ຄອບຄົວທຸກຍາກໄດ້ຮັບການແກ້ໄຂ.

ພ້ອມນັ້ນຍັງໄດ້ເຜີຍແຜ່ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ເລກທີ 291/ຄຈສພ, ລົງວັນທີ 26 ເມສາ 2018 ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ຄຳສັ່ງຄະນະປະຈຳພັກແຂວງ ເລກທີ 827/ຄປພ.ຂບຊ, ລົງວັນທີ 23 ກໍລະກົດ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງ ແລະ ກວດກາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ບັນດຳເນີນຊີວິດການເມືອງຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 2 ວັນເຕັມຈຶ່ງສໍາເລັດ ໂດຍຈະມີການທາບທາມຄໍາເຫັນສົ່ງຂ່າວຕີລາຄາຈັດປະເພດການຈັດຕັ້ງໜ່ວຍພັກ, ສະມາຊິກພັກ ແລະ ມະຫາຊົນ, ຮັບຟັງ-ປະກອບຄຳເຫັນໃສ່ບົດສະຫຼຸບ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ, ມີການສຳຫຼວດພາຍໃນໜ່ວຍ, ຜ່ານບົດສຳຫຼວດແຕ່ລະສະຫາຍ ແລະ ຮັບຟັງການຜ່ານຮ່າງມະຕິກອງປະຊຸມ ເພຶ່ອສັງລວມດ້ານດີ ແລະ ບາງຂໍ້ຄົງຄ້າງ.

About admins14