ທ່າພະບາດ ປິດຊຸດອົບຮົມທິດສະດີການເມືອງ-ການປົກຄອງ ລະບົົບບໍາລຸງ 45 ວັນ

ໃນຕອນເຊົ້າວັນທີ 2 ກໍລະກົດ 2021 ເມືອງທ່າພະບາດ ແຂວງບໍລິຄຳໄຊ ໄດ້ຈັດພິທີປິດຊຸດການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງ, ໃຫ້ກຽດເປັນປະທານປິດ ໂດຍທ່ານ ບຸນສົງ ເພັດຈະເລີນ ຄະນະປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາຄະນະການນໍາຂັ້ນແຂວງ ຂັ້ນເມືອງ ແລະ ນັກສໍາມະນາກອນ ເຂົ້າຮ່ວມ.

ທ່ານ ນາງ ທອງສາ ບຸດດາ ຫົວໜ້າຄະນະຈັດຕັ້ງເມືອງທ່າພະບາດ ໄດ້ລາຍງານ ຜົນການກະກຽມ ການຮຽນ-ການສອນທິດສະດີການເມືອງ-ການປົກຄອງ ລະບົບບໍາລຸງ 45 ວັນ ຮຸ່ນທີ 45 ຂອງແຂວງ ຮຸ່ນທີ 3 ຂອງເມືອງ ວ່າ: ໃນການຝຶກອົບຮົມໃນຄັ້ງນີ້ມີຄູ-ອາຈານ ທັງໝົດ 16 ສະຫາຍ ຍິງ 1 ສະຫາຍ ມີນັກສຳມະນາກອນທັງໝົດ 57 ສະຫາຍ ຍິງ 23 ສະຫາຍ.

ການເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ສ່ວນຫລາຍແມ່ນພະນັກງານຫຼັກແຫຼ່ງ-ພະນັກງານນໍາພາ ມາຈາກຂົງເຂດຕ່າງໆພາຍໃນເມືອງ ເຊິ່ງໄດ້ດໍາເນີນການຮຽນ-ການສອນ ມາຕັ້ງແຕ່ວັນທີ 25 ມີນາ 2021 ແຕ່ຍ້ອນສະພາບການການແຜ່ລະບາດຂອງພະຍາດໂຄວິດ19 ໄດ້ເຮັດໃຫ້ການຝຶກອົບຮົມການຮຽນ-ການສອນ ແກ່ຍາວບໍ່ເປັນຕາມແຜນທີ່ກໍານົດ ແຕ່ກໍ່ສາມາດປະຕິບັດການຮຽນການສອນໄດ້ສໍາເລັດຕາມຫຼັກສູດຢ່າງຄົບຖ້ວນ.

ຕໍ່ຜົນສຳເລັດດັ່ງກ່າວນັ້ນ ຈຶ່ງໄດ້ຈັດພິທີມອບໃບຢັ້ງຢືນ ໃຫ້ແກ່ບັນດາສຳມະນາກອນ ພ້ອມນັ້ນ ຍັງໄດ້ມອບໃບຍ້ອງຍໍ ແລະ ຊົມເຊີຍ ໃຫ້ນັກສໍາມະນາກອນດີເດັ່ນ ຄື: ຍ້ອງຍໍຂັ້ນແຂວງ 3 ສະຫາຍ, ຍິງ 2 ສະຫາຍ, ຍ້ອງຍໍຂັ້ນເມືອງ 17 ສະຫາຍ ຍິງ 9 ສະຫາຍ, ຊົມເຊີຍ 12 ສະຫາຍ, ຍິງ 5 ສະຫາຍ, ນອກນັ້ນ ຍັງໄດ້ມອບໃບຍ້ອງຍໍຂັ້ນເມືອງໃຫ້ແກ່ຄູ-ອາຈານ ແລະ ຄະນະຮັບຜິດຊອບ 24 ສະຫາຍ ຍິງ 8 ສະຫາຍ ຊົມເຊີຍ 2 ສະຫາຍ.

About admin11