ຫົວໜ້າກອງບັນຊາການ ປກສ ແຂວງ ລົງຊີ້ນໍາກອງບັນຊາການ ປກສ ເມືອງ ຄໍາເກີດ.

ຕອນເຊົ້າ ວັນທີ 01 ກໍລະກົດ 2021 ນີ້,ທ່ານ ພັນເອກ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມກວດກາ ແລະ ຊີ້ນໍາວຽກງານ ຢູ່ກອງບັນຊາການ ປກສ ເມືອງຄໍາເກີດ ເປັນກຽດຕ້ອນຮັບຂອງທ່ານ ພັນໂທ ລໍາເງິນ ພະບາດໄຊ  ຫົວໜ້າກອງບັນຊາການ ປກສ ເມືອງ ພ້ອມດ້ວຍຄະນະ ເຂົ້າຮ່ວມ.

ໃນພິທີ ທ່ານ ພັນໂທ ລໍາເງິນ ພະບາດໄຊ ໄດ້ລາຍງານວ່າ: ໄລຍະ 06 ເດືອນຕົ້ນປີ 2021 ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ,ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ບາງເຫດການທີ່ພົ້ນເດັ່ນທີ່ເກີດຂື້ນເຊັ່ນ: ການສໍ້ໂກງຊັບ, ການທໍາມິດສະຈານ, ຂົ່ມຂືນທໍາຊໍາເລົາ, ການຊື້-ຂາຍຊັບຜິດກົດໝາຍ, ການລັກຂຸດຄົ້ນແຮ່ທາດ, ການຄ້າ-ຂາຍຢາເສບຕິດ, ການກໍ່ອາລະວາດຕີກັນ, ການໃຊ້ສື່ສັງຄົມອອນລາຍເພື່ອໃສ່ຮ້າຍປ້າຍສີເຈົ້າໜ້າທີ່ ແລະ ບັນຫາອຸປະຕິເຫດຕາມທ້ອງຖະໜົນ ກໍ່ຍັງເກີດຂື້ນຫຼາຍ ແລະ ເປັນສິ່ງທ້າທ້າຍ ໃຫ້ກໍາລັງປ້ອງກັນຄວາມສະຫງົບເມືອງພວກເຮົາ ຕ້ອງໄດ້ເອົາໃຈໃສ່ປັບປຸງກໍາລັງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມຊໍານິຊໍານານດ້ານວຽກງານວິຊາສະເພາະ ເພື່ອກຽມພ້ອມຮັບມືກັບທຸກເຫດການທີ່ອາດຈະເກີດຂື້ນ. ເຊີ່ງໄລຍະຜ່ານມາຄະນະພັກ-ຄະນະກອງບັນຊາການ ກໍ່ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານ-ນັກຮົບ, ສຸ່ມໃສ່ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂື້ນຢ່າງເຂັ້ມງວດ ຈື່ງເຮັດໃຫ້ເມືອງຄໍາເກີດ ມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ຕອນທ້າຍ ທ່ານ ພັອ ກົງຈັນ ໄຊປັນຍາ ກໍ່ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງຄໍາເກີດ ຈົ່ງເອົາໃຈໃສ່ສຶກສາອົບຮົມການເມືອງ-ເເນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ນັກຮົບ ເພື່ອເຮັດໃຫ້ເຂົາເຈົ້າ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນ, ໂດຍປະຕິບັດຕາມ 17 ຂໍ້ຫ້າມຂອງກະຊວງປ້ອງກັນຄວາມສະຫງົບວາງອອກ ເພື່ອຫຼີກລ່ຽງຫາງສຽງສັງຄົມທີ່ມີຕໍ່ກໍາລັງປ້ອງກັນຄວາມສະຫງົບ, ຍົກສູງສະຕິຄວາມຮັບພິຊອບຕໍ່ໜ້າທີ່ວຽກງານວິຊາສະເພາະ, ເອົາໃຈໃສ່ ຕ້ານ, ສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຍໍ້ທໍ້ທີ່ເກີດຂື້ນໃນສັງຄົມ, ສຸມໃສ່ ແກ້ໄຂບັນຫາ 04 ເຖື່ອນຂອງແຂວງວາງອອກໃຫ້ໄດ້ຮັບຜົນສໍາເລັດ ແລະ ປະກົດຜົນເປັນຈິງ, ຄຽງຄູ່ກັບການເຮັດວຽກງານວິຊາສະເພາະແລ້ວຕ້ອງເອົາໃຈໃສ່, ປັບປຸງປົວແປງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ເພື່ອກໍ່ສ້າງພະນັກງານສືບທອດປ່ຽນແທນໃນອະນາຄົດ ໃຫ້ສົມກັບເປັນກໍາລັງປະກອບອາວຸດປະຕິວັດຂອງພັກ ແລະ ປະຊາຊົນຢ່າງແທ້ຈິງ.

About admin11