ໜ່ວຍພັກບ້ານໜອງປາດ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII

ກອງປະຊຸມໃຫຍ່ຄັ້ງທີ VII ຄະນະພັກບ້ານນອງປາດ ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2023 ຢູ່ຫ້ອງການບ້ານຂອງຕົນ ເປັນປະທານໂດຍ ທ່ານ ຊົ່ງເນັງ ຢີວ່າງ ເລຂາພັກບ້ານ ນາຍບ້ານໜອງປາດ ແລະ ເປັນກຽດເຂົ້າໂດຍ ທ່ານ ອາລຸນສັກ ປະທໍາມະວົງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງວຽງທອງ, ມີຄະນະພັກບ້ານ, ພະນັກງານກໍ່ສ້າງຮາກຖານ, ສະມາຊິກພັກ, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ທ່ານ ຊົ່ງເນັງ ຢີວ່າງ ໄດ້ຜ່ານບົດລາຍງານການເມືອງຕໍ່ກອງປະຊຸມ ໂດຍໄດ້ຕີລາຄາຄືນການນໍາພາ-ຊີ້ນໍາ ຂອງຄະນະພັກ ໃນການປະຕິບັດວຽກງານຢ່າງຮອບດ້ານ ໄລຍະ 5 ປີ, ຄະນະພັກ ໄດ້ພ້ອມກັນສຶກສາອົບຮົມແນວຄິດການເມືອງ ໃຫ້ສະມາຊີກພັກ ແລະ ພໍ່ແມ່ປະຊາຊົນ, ເຊື່ອມຊືມແນວທາງການເມືອງຂອງພັກ – ລັດ, ປຸກລະດົມທົ່ວປວງຊົນ ເຂົ້າຮ່ວມຂະບວນການປ້ອງກັນຊາດປ້ອງກັນຄວາມສະຫງົບ, ຍົກໃຫ້ເຫັນຜົນງານຫຼາຍດ້ານ ທີ່ມີທັງດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງທີ່ຈະໄດ້ແກ້ໄຂໃນຕໍ່ໜ້າ, ບ້ານໜອງປາດມີ ຄອບຄົວພົ້ນທຸກ 192 ຄອບຄົວ ເທົ່າກັບ 89%.

ກອງປະຊຸມ ຍັງໄດ້ຜ່ານທິດທາງແຜນການ 5 ປີຕໍ່ໜ້າ ເພື່ອເປັນບ່ອນອີງໃນການນໍາພາ-ຊີ້ນໍາ ພັດທະນາ ບ້ານ. ພ້ອມນັ້ນ ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະພັກ ແລະ ຄະນະບ້ານຊຸດໃໝ່ ເຊີ່ງໄດ້ເລືອກເອົາ ສະຫາຍ ເຄນຄານ ສີວິໄລ ເປັນເລຂາພັກບ້ານ-ເປັນນາຍບ້ານ, ສະຫາຍ ເບຼ້ຍຕູ້ ຕົ່ງເຊັ່ງວ່າວ ເປັນຮອງເລຂາພັກບ້ານ-ເປັນຮອງນາຍບ້ານ ແລະ ສະຫາຍ ອ້າຍ ໄຊບູນຍືນ ເປັນກໍາມະການເປັນຜູ້ກວດກາພັກ-ເປັນຮອງນາຍບ້ານ.

About admins14