ໄຊຈຳພອນ ປະຖະກະຖາວັນສ້າງຕັ້ງ ສະຫະພັນກຳມະບານລາວ ຄົບຮອບ 67 ປີ

ວັນທີ 1 ກຸມພາ 2023 ທີ່ສະໂມສອນເມືອງໄຊຈຳພອນ ໄດ້ຈັດຕັ້ງພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 67 ປີ ( 1 ກຸມພາ 1956 – 1 ກຸມພາ 2022 ) ໂດຍໃຫ້ກຽດເລົ່າມຸນເຊື້ອຂອງທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ກຳລັງ ປກຊ – ປກສ, ຫົວໜ້າ, ຮອງຫ້ອງການ, ພະນັກງານລັດຖະກອນພ້ອມດ້ວຍ ສະມາຊິກກຳມະບານ ເຂົ້າຮ່ວມ.

ຊາດລາວ ແມ່ນເຜົ່າພັນໜື່ງ ທີ່ມີປະຫວັດແຫ່ງການກຳເນີດ, ຄົງຕົວ ແລະ ຂະຫຍາຍຕົວຍາວນານມາຫຼາຍພັນປີ ມີປະຫວັດອັນເກົ່າແກ່ ແຕ່ກ່ອນ ເປັນປະເທດກະສິກຳດ້ອຍພັດທະນາ, ລະບອບສັກດີນາທ້ອງຖີ່ນຍັງມີລັກສະນະຄອບຫງຳຢ່າງໜັກໜ່ວງ, ຊີວິດການເປັນຢູ່ຂອງຊາວຜູ້ອອກແຮງງານໂດຍທົ່ວໄປແມ່ນຂື້ນກັບທຳມະຊາດ, ການຜັນແຍກຂອງຊົນຊັ້ນໃນສັງຄົມຍັງບໍ່ທັນເລິກເຊີ່ງ ແລະ ບໍ່ທັນສະໝໍ່າສະເໝີກັນລະຫວ່າງເຂດຕ່າງໆ.

ແຕ່ຈຸດພິເສດສະເພາະຊາດລາວ, ຄົນລາວແມ່ນເຄີຍມີມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ຄວາມສາມັກຄີປອງດອງ, ມູນເຊື້ອວັດທະນະທໍາທີ່ເປັນເອກະລັກອັນດີງາມ ແລະ ອັນທີ່ພົ້ນເດັ່ນກວ່າໝູ່ ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນ ຕ້ານການຮຸກຮານຂອງພວກສັດຕູຢ່າງເດັດດ່ຽວໜຽວແໜ້ນຂອງບັນພະບູລຸດ ເປັນຕົ້ນແມ່ນ: ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກຳມະບານລາວ ເຊິ່ງໃນໄລຍະການປະຕິວັດຊາດປະຊາທິປະໄຕ ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ໂດຍພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ, ຈຸດປະສົງ ເພື່ອໂຄສະນາຂົນຂວາຍ ເຕົ້າໂຮມກຳມະກອນ ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດມີນ້ຳໃຈຮັກຊາດ ມີທັດສະນະຊົນຊັ້ນກຳມະກອນ ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນໃຫ້ແກ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ກຳມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ.

ໃນພິທີ ຍັງໄດ້ຜັນຂະຫຍາຍມະຕິກອງປະຊຸມສາມັນ ຄົບຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ ຄັ້ງທີ 3 ສະໄໝທີVIII ທີ່ຜູ້ແທນກອງປະຊຸມໄດ້ຕົກລົງ, ເອກະພາບ ແລະ ຮັບຮອງເອົາບັນດາວຽກງານທີ່ສຳຄັນ ເພື່ອນຳມາຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.

About admins14