ທະນາຄານກາງຄຸມເຂັ້ມ ແຂວງບໍລິຄຳໄຊ ຍັງມີຮ້ານແລກປ່ຽນເງິນຕາ ພຽງແຕ່ 3 ຮ້ານເທົ່ານັ້ນ

ໃນວັນທີ 1 ກຸມພາ 2023 ເຊິ່ງເປັນມື້ທີ່ 2 ຂອງກອງປະຊຸມສະໄໝສາມັນ ເທື່ອທີ 4 ສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ II ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ ສະມາຊິກສະພາປະຊາຊົນແຂວງ ໄດ້ສະເໜີ ແລະ ປະກອບຄໍາຄິດເຫັນ ຕໍ່ຫຼາຍບັນຫາສໍາຄັນ ໜຶ່ງໃນນັ້ນກໍ່ແມ່ນວຽກງານຄ້ອງຄອງເສດຖະກິດເງິນຕາ ທີ່ມີຜົນກະທົບໂດຍກົງຕໍ່ການດໍາລົງຊີວິດ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃນປັດຈຸບັນ.

ຕໍ່ປັນຫາດັ່ງກ່າວ ທ່ານ ວົງພະຈັນ ແສງສຸວັນ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກກາງ ແຂວງສະຫວັນນະເຂດ ໄດ້ຂຶ້ນຊີ້ແຈງ ແລະ ລາຍງານ ການຈັດຕັ້ງແຜນຄຸ້ມຄອງເສດຖະກິດເງິນຕາ ປີ 2022 ຢູ່ແຂວງບໍລິຄຳໄຊ ວ່າໄດ້ສຸມໃສ່ຫຼາຍວຽກງານສໍາຄັນ ໂດຍສະເພາະແມ່ນການຄຸ້ມຄອງເງິນຕາຕ່າງປະເທດ, ການຄຸ້ມຄອງທະນາຄານທຸລະກິດ ແລະ ສະຖາບັນການເງິນ, ຜັນຂະຫຍາຍວາລະແຫ່ງຊາດ ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວຽກງານ ອື່ນໆ.

ກ່ຽວກັບການຄຸ້ມຄອງຮ້ານແລກປ່ຽນເງິນຕາ ສາຂາທະນາຄານແຫ່ງ ສປປ ລາວ ໄດ້ເອົາໃຈໃສ່ຄຸ້ມຄອງ, ຕິດຕາມ, ກວດກາເປັນປະຈຳ ແລະ ລົງກວດກາປະຈຳປີ ຕໍ່ກັບການເຮັດທຸລະກໍາແລກປ່ຽນເງິນຕາ ແລະ ການຈັດຕັ້ງປະຕິບັດລະບຽບການຕ່າງໆທີ່ວາງອອກ, ໄລຍະຜ່ານມາ ສາຂາທະນາຄານແຫ່ງ ສປປ ລາວ ພາກກາງ ແຂວງສະຫວັນນະເຂດ ໄດ້ຖອນໃບອະນຸຍາດດໍາເນີນທຸລະກິດແລກປ່ຽນເງິນຕາ ທີ່ເປັນຕົວແທນຂອງທະນາຄານທຸລະກິດ 61 ຮ້ານ ປະກອບມີ: ແຂວງສະຫວັນນະເຂດ 34 ຮ້ານ, ແຂວງຄຳມ່ວນ 12 ຮ້ານ ແລະ ແຂວງບໍລິຄຳໄຊ 15 ຮ້ານ ສຳເລັດໃນເດືອນພິຈິກ 2022, ໃນເດືອນ 12 ມີຮ້ານແລກປ່ຽນທີ່ເປັນຕົວແທນທັງໝົດໃນ 3 ແຂວງພາກກາງ ຈໍານວນ 20 ຮ້ານ ປະ ກອບມີແຂວງບໍລິຄຳໄຊ 3 ຮ້ານ, ແຂວງສະຫວັນນະເຂດ 16 ຮ້ານ ແລະ ແຂວງຄຳມ່ວນ 1 ຮ້ານ.

ສໍາລັບທິດທາງແຜນການຕໍ່ໜ້າ ທ່ານ ວົງພະຈັນ ແສງສຸວັນ ຍັງໄດ້ລາຍງານຕື່ມອີກວ່າ ຈະໄດ້ສຸມໃສ່ຫຼາຍວຽກງານທີ່ສຳຄັນ ໂດຍສະເພາະບູລິມະສິດຕົ້ນຕໍ່ແມ່ນ ຕັ້ງໜ້າຄຸມຄອງເງິນຕາ ແລະ ປະກອບສ່ວນ ຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນຄົງຕໍ່ເນື່ອງ ດ້ວຍການຄຸ້ມຄອງປະລິມານເງິນລວມ ໃຫ້ສອດຄ່ອງກັບຈັງຫວະການຂະຫຍາຍຕົວຂອງເສດຖະກິດ, ຄຸ້ມຄອງການເບີກຈ່າຍເງິນຕາຕ່າງປະເທດ ໂດຍຜ່ານລະບົບທະນາຄານໃຫ້ດີ, ສົ່ງເສີມສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ໃຫ້ເຂົ້າສູ່ລະບົບ ມີການພັດທະນາການບໍລິການ ຢ່າງມີປະສິດທິພາບ, ສອດຄ່ອງກັບຄວາມຕ້ອງການຂອງສັງຄົມ, ສົມທົບກັບພາກສ່ວນກ່ຽວຂ້ອງ ໃນການຕິດຕາມກວດກາ ຮ້ານແລກປ່ຽນເງິນ ທີ່ເປັນຕົວແທນທະນາຄານທຸລະກິດ ໃຫປະຕິບັດຕາມລະບຽບ ແລະ ນິຕິກໍາ ທີ່ວາງອອກ, ລົງກວດກາ ແລະ ສະກັດກັ້ນ ຮ້ານແລກປ່ຽນເງິນຕາ ທີ່ບໍ່ໄດ້ຮັບອະນຸຍາດ ທີ່ເຮັດທຸລະກໍາຊື້-ຂາຍເງິນຕາ ແບບຜິດກົດໝາຍ.

About admins14