ໄຊຈໍາພອນ ເຜີຍແຜ່ເຊື່ອມຊຶມວຽກງານກວດກາລັດ

ໃນວັນທີ 18 ສິງຫາ 2022 ທີ່ສະໂມສອນໃຫຍ່ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມຂໍ້ຕົກລົງ ສະບັບເລກທີ 29/ອກຫລ, ລົງວັນທີ 24 ກຸມພາ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການກວດກາລັດ ແລະ ການຕ້ານການສໍ້ລາດບັງຫຼວງ ພາຍໃຕ້ການເປັນປະທານ ຂອງທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ.

ຂໍ້ຕົກລົງຂອງອົງການກວດກາແຫ່ງລັດ ເລກທີ 29/ອກຫລ, ລົງວັນທີ 24 ກຸມພາ 2022 ວ່າດ້ວຍການຈັດຕັ້ງເຄື່ອນໃຫວຂອງອົງການກວດກາແຫ່ງລັດ ແລະ ຕ້ານການສໍ້ລາດບັງຫຼວງ ໄດ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ໂຄງປະກອບກົງຈັກການຈັດຕັ້ງ, ຫຼັກການ ແລະ ແບບວິທີເຮັດວຽກຂອງອົງການກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ຂະແໜງການ ເພື່ອເປັນບ່ອນອີງໃຫ້ແກ່ການຈັດຈັດຕັ້ງ ແລະ ການເຄື່ອນໄຫວວຽກງານກວດກາລັດ, ວຽກງານຄົ້ນຄວ້າພິຈາລະນາຂອງພົນລະເມືອງ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີຄວາມເຂັ້ມງວດ ມີປະສິດທິພາບ ແນ່ໃສ່ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ – ສັງຄົມ ມີຄວາມໂປ່ງໃສ, ເຂັ້ມແຂງ, ໜັກແໜ້ນ, ຍຸຕິທຳ ແລະ ຖືກຕ້ອງຕາມລະບຽບກົດໝາຍ.

ຈຸດປະສົງ ກໍ່ເພື່ອໃຫ້ພະນັກງານຫລັກແຫລ່ງນຳພາຂັ້ນເມືອງ ຮູ້ໄດ້ເຖິງຄວາມຈຳເປັນ ແລະ ຕ້ອງໄດ້ປະຕິບັດ ວຽກ ວຽກງານກວດກາລັດ ແລະ ຕ້ານການສໍ້ຫລາດບັງຫລວງ ແນໃສ່ໃຫ້ການບໍລິຫານລັດ ບໍລິຫານສັງຄົມຂອງອົງກອນພາກລັດ ມີຄວາມໂປ່ງໃສ, ກວດສອບໄດ້ ແລະ ຍຸຕິທຳ.

About admins14