ວອງທອງ ຝຶກອົບຮົມປູກຈິດສໍານຶກກ່ຽວກັບພາວະການເປັນຜູ້ນໍາໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ

ໃນລະຫວ່າງວັນທີ 17 – 19 ສິງຫາ 2022 ຫ້ອງການສະຫະພັນແມ່ຍິງເມືອງວຽງທອງ ໄດ້ຈັດຝຶກອົບຮົມປູກຈິດສໍານຶກກ່ຽວກັບພາວະການເປັນຜູ້ນໍາ ໃຫ້ຄະນະພັດທະນາບ້ານທີ່ເປັນແມ່ຍິງ ຢູ່ຫ້ອງການບ້ານນໍ້າຢ້າງ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາມອນ ໄຊພົມມີ ຮອງເລຂາພັັກເມືອງ, ມີທີມງານຄູຝຶກມາຈາກແຂວງ, ສະຫະພັນແມ່ຍິງເມືອງ ແລະ ນັັກສໍາມະນາກອນ ເຂົ້າຮ່ວມ.

ຊຸດອົບຮົມ ບັນດາຜູ້ເຂົ້າຮ່ວມ, ນັກສໍາມະນາກອນ ໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບພາລະບົດບາດ, ສິດ ແລະ ໜ້າທີຂອງສະຫະພັນແມ່ຍິງລາວ, ມາລະຍາດໃນສັງຄົມ ແລະ ມະນຸດສໍາພັນ, ຄວາມຮູ້ພື້ນຖານຜູ້ນໍາ ແລະ ພາວະຜູ້ນໍາ, ຄວາມສໍາຄັນຂອງວຽກງານພັດທະນາ, ເນື້ອໃນຂໍ້ແຂ່ງຂັນ 3 ດີ, ບົດບາດຍິງ – ຊາຍ ແລະ ການສົ່ງເສີມຄວາມສະເໝີພາບຍິງ – ຊາຍໃນການພັດທະນາ.

ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ – ຊາຍ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການນໍາໃຊ້ຄວາມຮຸນແຮງຕໍ່ແມ່ ແລະ ເດັກ, ກົດໝາຍວ່າດ້ວຍການຄ້າມະນຸດ, ການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

ຈຸດປະສົງ ກໍ່ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂັ້ມແຂງ ໃຫ້ເອື້ອຍນ້ອງແມ່ຍິງ ສາມາດນໍາໄປຈັດຕັ້ງປະຕິບັດ ຢູ່ຂັ້ນຮາກຖານບ້ານໃຫ້ໄດ້ຮັບຜົນສູງສຸດ.

About admins14