ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ ລົງຊຸກຍູ້ວຽກງານຢູ່ອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ

ໃນວັນທີ 17 ສິງຫາ 2022 ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດຳເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານການຕິດຕາມກວດກາການດໍາເນີນຄະດີອາຍາ ຢູ່ອົງການໄອຍະການປະຊາຊົນ ແຂວງບໍລິຄໍາໄຊ, ມີທ່ານ ທອງໃບ ພຽນວົງ ຫົວໜ້າອົງການໄອຍະການປະຊາຊົນແຂວງ ພ້ອມດ້ວຍຄະນະ, ບັນດາຫົວໜ້າຂະແໜງ, ພະນັກງານວິຊາການ ອົງການໄອຍະການປະຊາຊົນແຂວງ, ອົງການໄອຍະການປະຊາຊົນຂດ 1 ແລະ ເຂດ 2 ເຂົ້າຮ່ວມ.

ໃນກອງປະຊຸມ ຄະນະຮັບຜິດຊອບ ໄດ້ຍົກເອົາຫຼາຍບັນຫາທີ່ສໍາຄັນ ມາຄົ້ນຄວ້າແລກປ່ຽນຕໍ່ທີ່ປະຊຸມ ເຊັ່ນ: ການຕິດຕາມກວດກາການກໍາເນີນຄະດີ ຂອງເຈົ້າໜ້າທີ່ສືບສວນ – ສອບສວນ, ການອອກຄໍາສັ່ງເປີດ ຫຼື ບໍ່ເປີດການສືບສວນ – ສອບສວນ, ການຂໍຄໍາສັ່ງກັກຕົວ, ການກັກຂັງພາງ,ການປ່ອຍຕົວພາງ, ການຈັບຕົວ, ການກວດຄົ້ນເຄຫາສະຖານ, ການປະເມີນມູນຄ່າເສຍຫາຍຂອງຄະດີ, ການປົກປັກຮັກສາບັນດາຂອງກາງຄະດີບໍ່ໃຫ້ຕົກເຮ່ຍເສຍຫາຍ ແລະ ນໍາໄປໃຊ້ໂດຍບໍ່ໄດ້ຮັບອະນຸຍາດ, ການຮັບສໍານວນຄະດີ, ການຄົ້ນຄວ້າສໍານວນຄະດີ, ການສັ່ງຟ້ອງຜູ້ຖືກຫາຂື້ນສານ, ການຖະແຫຼງໄຈ້ແຍກການກະທໍາຜິດຂອງຈໍາເລີຍຕໍ່ສານ, ການຕິດຕາມກວດກາການດໍາເນີນຄະດີຢູ່ສານ, ການປະສານສົມທົບ ແລະ ປືກສາຫາລືບັນຫາຕ່າງໆ ກັບທາງເຈົ້າໜ້າທີ່ຕໍາຫຼວດ, ສານປະຊາຊົນ, ກ່ຽວກັບການແກ້ໄຂບັນຫາການບໍ່ຈັດຕັ້ງປະຕິບັດຄໍາຕັດສິນຂອງສານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ເພື່ອເຮັດໃຫ້ການປະຕິບັດໜ້າຂອງອົງການອົງການໄອຍະການປະຊາຊົນ, ໄດ້ມີຄວາມກົມກຽວ, ຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນ ໃນການດໍາເນີນຄະດີອາຍາ ລະຫວ່າງ ຂັ້ນສູງກາງ ແລະ ທ້ອງຖີ່ນ ເປັນຕົ້ນແມ່ນການເຮັດໜ້າທີ່ການຕິດຕາມກວດກາ ການປະຕິບັດກົດໝາຍຂອງເຈົ້າໜ້າທີ່ສືບສວນ – ສອບສວນໃຫ້ມີຄວາມຮັດກຸມ, ການເກັບກໍາຂໍ້ມູນຫຼັກຖານມີຄວາມຖືກຕ້ອງຊັດເຈນ, ຕິດຕາມກວດກາການພິຈາລະນາຕັດສິນຄະດີຢູ່ສານປະຊາຊົນ ເພື່ອແນ່ໃສ່ເຮັດໃຫ້ການຕັດສິນຄະດີ ມີຄວາມຖືກຕ້ອງ, ພາວະວິໃສ ແລະ ຍຸຕິທໍາ.

ນອກນັ້ນ ຍັງເປັນການປັບປຸງ ສິດພາລະບົດບາດ ແລະ ໜ້າທີ່ຂອງພະນັກງານອົງການ ໄອຍະການປະຊາຊົນ ໃຫ້ກໍາໄດ້ລະບຽບກົດໝາຍ, ຫຼັກການ ແລະ ຂະບວນການໃນການດໍາເນີນຄະດີອາຍາ, ກ່ອນຈະຖະແຫຼງສັ່ງຟ້ອງຜູ້ຖືກຫາຂື້ນສານ ຕ້ອງດໍາເນີນໄປໃຫ້ຖືກຕ້ອງຕາມຂະບວນການຂອງກົດໝາຍຢ່າງເຂັ້ມງວດ.

About admins14