ໄຊຈຳພອນ ເຜີຍແຜ່ – ເຊື່ອມຊຶມກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ຢູ່ທີ່ສະໂມສອນຫຼັງໃໝ່ຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດກອງປະຊຸມ ເຜີຍແຜ່ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂື້ນ ໂດຍການເປັນປະທານຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດ, ຮອງປະທານສະພາປະຊາຊົນແຂວງບໍລິຄຳໄຊ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະຮາກຖານ, ເລຂາຄະນະໜ່ວຍຮາກຖານ, ຫົວໜ້າຫ້ອງການ ແລະ ສະມາຊິກພັກພາຍໃນເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານປະທານ ໄດ້ນຳເອົາເນື້ອໃນກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XI ໂດຍໄດ້ເນັ້ນໜັກບາງບັນຫາຕໍ່ກົດລະບຽບດັ່ງກ່າວ ເປັນຕົ້ນແມ່ນ ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ ເປັນພື້ນຖານແນວຄິດ ທິດສະດີຂອງພັກ, ເສີມຂະຫຍາຍລັກສະນຳໜ້າ, ລັກສະນະສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ຂອງຊົນຊັ້ນກຳມະກອນ ກໍ່ສ້າງ, ປັບປຸງພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

ຈຸດປະສົງ ກໍ່ເພື່ອເເນະນຳການຈັດຕັ້ງຜັນຂະຫຍາຍ ກົດລະບຽບພັກປະຊາຊົນ ປະຕິວັດລາວ ໃຫ້ຈະແຈ້ງ, ເຂົ້າໃຈງ່າຍ ແລະ ເຮັດໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ ມີຄວາມຮັບຮູ້ເຂົ້າໃຈ, ກຳແໜ້ນຢ່າງເລິກເຊີ່ງ, ມີຄວາມເປັນເອກະພາບຈັດຕັ້ງປະຕິບັດ ເຂັ້ມງວດຢ່າງທົ່ວເຖິງ ແລະ ທັນຕາມກຳນົດເວລາ.

ພ້ອມນັ້ນ ທ່ານຍັງໄດ້ຜ່ານຄຳສັ່ງວ່າດ້ວຍການເພີ່ມທະວີການນຳພາຊີ້ນຳ ຂອງອົງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ – ການເງິນ ສະບັບເລກທີ 01 / ກມສພ ແລະ ຄຳສັ່ງ ເລກທີ 02/ ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນຳຊີ້ນຳ ຂອງອົງຄະນະພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃຫ້ຫຼຸດໜ້ອຍຖອຍລົງ ແລະ ກ້າວເຖິງກຳຈັດໃຫ້ໝົດສີ້ນໄປເປັນກ້າວໆ.

About admin11