ໄຊຈຳພອນ ມອບເຂົ້າຊ່ວຍເຫຼືອບັນເທົາທຸກໃຫ້ແກ່ຄອບຄົວທຸກຍາກ

ໂດຍປະຕິບັດຕາມຂໍ້ຕົກລົງ ຂອງເຈົ້າເມືອງໄຊຈຳພອນ ໃນການອະນຸມັດເບີກຈ່າຍເຂົ້າສານ ເພື່ອຊ່ວຍເຫຼືອໃຫ້ຄອບຄົວທີ່ທຸກຍາກ ແລະ ຄອບຄົວອານາຖາໃນທົ່ວເມືອງ ເພື່ອເປັນການບັນເທົາທຸກໃຫ້ກັບແຕ່ລະຄອບຄົວ.

ໃນວັນທີ 16 ສິງຫາ 2021 ຫ້ອງການແຮງງານ ແລະ ສະຫວັດດິການສັງຄົມເມືອງ ໂດຍສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໄດ້ພ້ອມກັນນຳເອົາເຂົ້າສານຈ້າວ, ຈຳນວນ 2010 ກິໂລ ໄປມອບ ໂດຍຜ່ານອຳນາດການປົກຄອງບ້ານນ້ຳອ້ອນ ເພື່ອຈະໄດ້ນຳເອົາເຂົ້າສານຈຳນວນນີ້ ໄປແຈກຢາຍຕໍ່ໃຫ້ກັບຄອບຄົວທຸກຍາກ ແລະ ອານາຖາ ເຊີ່ງມີຄອບຄົວທີ່ຍັງທຸກຍາກໃນເຂດກຸ່ມບ້ານນ້ຳອ້ອນມີ 332 ຄອບຄົວ ແລະ ຄອບຄົວອານາຖາ 4 ຄອບຄົວ.

ເປັນກຽດມອບເຂົ້າສານໃຫ້ກັບອຳນາດການປົກຄອງໃນຄັ້ງນີ້ ໂດຍທ່ານ ກອງສີ ໄຊຍະວົງ ຮອງເຈົ້າເມືອງໄຊຈຳພອນ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນຢູ່ພາຍໃນບ້ານໃຫ້ເອົາໃຈໃສ່ນຳເອົາເຂົ້າສານດັ່ງກ່າວໄປແຈກຢາຍຕໍ່ໃຫ້ກັບປະຊາຊົນຄອບຄົວຢູ່ໃນເປົ້າໝາຍຢ່າງທົ່ວເຖິງ.

About admin11