ຂົງເຂດ ປກຊ-ປກສ ແລະ ສຶກສາ ເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກ ສະໄໝທີ XI

ກອງປະຊຸມເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂັ້ນແຂວງ ຂົງເຂດຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2021 ຢູ່ສະໂມສອນໃຫຍ່ຂອງແຂວງ, ເຜີຍແຜ່ ແລະ ເຊື່ອມຊືມໂດຍ ສະຫາຍ ປອ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີມີຄະນະພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງການເຜີຍແຜ່-ເຊື່ອມຊືມລະບຽບພັກ ສະໄໝທີ XI ຈາກສະຫາຍເລຂາພັກແຂວງ ໂດຍສະຫາຍໄດ້ອະທິບາຍ ແລະ ຍົກໃຫ້ເຫັນ ເຖິງເນື້ອໃນກົດລະບຽບພັກ ຢູ່ບັນດາໝວດ-ບັນດາມາດຕາ ໃຫ້ລະອຽດຈະແຈ້ງຕື່ມ ແນ່ໃສ່ເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ໄດ້ຮັບຮູ້ເຂົ້າໃຈເປັນເອກະພາບ, ກໍາແໜ້ນຢ່າງເລິກເຊິ່ງ ໃນການຈັດຕັ້ງປະຕິບັດກົດລະບຽບພັກໃຫ້ເຂັ້ມງວດ, ກົດລະບຽບພັກສະໄໝທີ XI ປະກອບມີ 15 ໝວດ, 64 ມາດຕາ.

ພັກປະຊາຊົນປະຕິວັດລາວ ແມ່ນກອງນໍາໜ້າທີ່ມີການຈັດຕັ້ງ, ແມ່ນການຈັດຕັ້ງການເມືອງສູງສຸດ ຂອງຊົນຊັ້ນກໍາມະກອນ ແລະ ຂອງລະບອບປະຊາທິປະໄຕປະຊາຊົນ, ເປັນຕົວແທນທີ່ຈົງຮັກພັກດີ ຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ແລະ ຂອງຊາດລາວທັງໝົດ, ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກ, ຈັດຕັ້ງຕາມຫຼັກການລວມສູນປະຊາທິປະໄຕ, ພັກມີລະບຽບວິໄນເຂັ້ມງວດ, ເຄົາລົບປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ລະບຽບການຂອງລັດ, ຖືເອົາຄວາມສາມັກຄີເປັນປຶກແຜ່ນ ບົນພື້ນຖານແນວທາງ, ແຜນນະໂຍບາຍ ແລະ ກົດລະບຽບພັກ ເປັນຫຼັກພື້ນຖານຂອງພັກ, ຖືເອົາປະຊາຊົນເປັນກົກ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່, ເຄື່ອນໄຫວຕາມແນວທາງມະຫາຊົນຂອງພັກ, ອີງໃສມະຫາຊົນ ແລະ ຜ່ານຂະບວນການປະຕິວັດຂອງມະຫາຊົນ ເພື່ອກໍ່ສ້າງ ແລະ ຂະຫຍາຍພັກ, ຖືເອົາການຕິຊົມຕົນເອງ, ຕິຊົມກັນເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງພັກ.

ຫຼັງຈາກນັ້ນ ກໍ່ໄດ້ຮັບຟັງການເຜີຍແຜ່ ຄໍາສັ່ງເລທີ 01/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກດ້ານເສດຖະກິດ-ການເງິນ ແລະ ຄໍາສັ່ງເລທີ 02/ກມສພ, ລົງວັນທີ 26 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ.

ໃນຕອນເຊົ້າວັນດຽວກັນ ຢູ່ທີ່ສະໂມສອນໂຮງຮຽນ ມ.ສ ສີທ່ານາໄຊ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່-ເຊື່ອມຊືມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໃຫ້ແກ່ ເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ທີ່ຂື້ນກັບຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ, ໃຫ້ກຽດຂື້ນບັນຍາຍເອກະສານໂດຍ ສະຫາຍ ຄໍາແຫວນ ປັນຍານຸວົງ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງບໍລິຄໍາໄຊ ແລະ ທັງເປັນຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີຄະນະໜ່ວຍພັກ ແລະ ສະມາຊິກພັກທີ່ຂື້ນກັບຮາກຖານພັກພະແນກສຶກສາທິການ ແລະ ກິລາແຂວງ ເຂົ້າຮ່ວມ.

About admins14