ໄຊຈຳພອນ ສະຫຼຸບວຽກງານ 10 ປີ ສູນສະຖິຕິ

ໃນວັນທີ 21 ທັນວາ 2022 ທີ່ສະໂມສອນຫ້ອງວ່າການເມືອງໄຊຈຳພອນ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານສູນສະຖິຕິປະຈຳເມືອງ ( 2012 – 2022 ) ພາຍໃຕ້ການເປັນປະທານຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ, ມີຫົວໜ້າ, ຮອງຫ້ອງການ ພ້ອມດ້ວຍວິຊາການຜູ້ຮັບຜິດຊອບຂອງຫ້ອງການ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ສອນໄຊ ພົມມະເກສອນ ຫົວໜ້າສູນສະຖິຕິປະຈຳເມືອງໄຊຈຳພອນ ໄດ້ຜ່ານບົດສະຫຼຸບວຽກງານສູນສະຖິຕິປະຈຳເມືອງ ໄລຍະ10ປີ ຜ່ານມາໂດຍຫຍໍ້ ໃຫ້ຮູ້ວ່າ: ສູນສະຖິຕິປະຈໍາເມືອງໄຊຈໍາພອນ ປະກອບມີ 1 ໜວ່ຍງານສະຖິຕິ ແມ່ນພາກສ່ວນໜື່ງໃນໂຄງປະກອບການຈັດຕັ້ງ ຂອງຫ້ອງການແຜນການ ແລະ ລົງທຶນເມືອງ ແລະ ຂື້ນກັບສູນສະຖິຕິປະຈໍາແຂວງບໍລິຄໍາໄຊໂດຍກົງ, ພາຍໃຕ້ການຊີ້ນໍາຂອງ ພະແນກແຜນການ ແລະ ການລົງທຶນແຂວງ ທາງດ້ານວິຊາການ ແລະ ບຸກຄະລາກອນ, ມີພາລະບົດບາດເປັນເສນາທິການໃຫ້ຫົວໜ້າ ສູນສະຖິຕິປະຈໍາແຂວງ ແລະ ເມືອງ ໃນການຄົ້ນຄວ້າສັງລວມ ຄຸ້ມຄອງແຜນ, ປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ, ເກັບກໍາສັງລວມຂໍ້ມຸນ, ມີຄວາມຮັບຜິດຊອບຊີ້ນໍາ ທາງດ້ານວິຊາການ ຕໍ່ວຽກງານສະຖິຕິ.

ພ້ອມນັ້ນ ຍັງໄດ້ ນຳສະເໜີ ບັນດາຕົວຊີ້ບອກທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະ 10 ປີຜ່ານມາ ຂອງແຕ່ລະກົມກອງຫ້ອງການ ເພື່ອພ້ອມກັນປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງບັນດາຕົວຊີ້ບອກເພື່ອຕິດຕາມ ແລະ ປະເມີນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວຽກງານການເກັບກໍາຂໍ້ມູນ ແລະ ຜະລິດສະຖິຕິປະຈຳເມືອງໃຫ້ໄປລວງດຽວກັນ.

ຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຈາກປະທານ ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານດັ່ງກ່າວທີ່ທາງສູນສະຖິຕິປະຈຳເມືອງ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໄດ້ມີຜົນສໍາເລັດໃນຫຼາຍດ້ານ ພ້ອມກັນນັ້ນ ທ່ານຍັງໄດ້ໃຫ້ທິດຊີ້ນໍາ ແລະ ເນັ້ນໜັກບາງບັນຫາຕໍ່ກັບສູນສະຖິຕິ ໂດຍໃຫ້ຮ່ວມມືກັບກົມກອງຫ້ອງການຄົ້ນຄວ້າບັນດາຕົວຊີ້ບອກໃຫ້ຖຶກຕ້ອງກັບຄວາມເປັນຈິງ ເພື່ອສ້າງເປັນຖານຂໍ້ມູນທີ່ຖຶກຕ້ອງ ແລະ ຄົບຖ້ວນ.

ຈາກນັ້ນ ກອງປະຊຸມຍັງໄດ້ມີການມອບໃບຍ້ອງຍໍໃຫ້ແກ່ 12 ກົມກອງ ຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນວຽກງານສູນສະຖິຕິປະຈຳເມືອງໄຊຈຳພອນ ໄລຍະ 10 ປີ ຜ່ານມາ.

About admins14