ປກສ ຈັດຕັ້ງເຜີຍແຜ່ເຊື່ອມຊືມເອກະສານຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 27/ປກສ

ວັນທີ 20 ທັນວາ 2022 ຢູ່ຫ້ອງປະຊຸມກອງບັນຊາການ ປກສ ແຂວງ ໄດ້ເປີດກອງປະຊຸມຈັດຕັ້ງເຜີຍແຜ່ເຊື່ອມຊືມເອກະສານຄໍາສັ່ງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 27/ປກສ ວ່າດ້ວຍການຕັ້ງຈຸດ ແລະ ປ້ອມກວດກາການສັນຈອນຕາມເສັ້ນທາງຫຼວງ ໃຫ້ກໍາລັງຕໍາຫຼວດຈະລາຈອນ ປກສ ແຂວງບໍລິຄໍາໄຊ ໂດຍ ການເປັນປະທານຂອງ ທ່ານ ພັອ ຄໍາເເພງ ນໍາພາວັນ ປະທານກວດກາພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັທ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ, ມີບັນດາຫ້ອງ, ກອງ, ກໍາລັງຕໍາຫຼວດຈະລາຈອນ ປກສ ແຂວງ, ຕໍາຫຼວດຈະລາຈອນ ປກສ ເມືອງ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານຄໍາສັ່ງ ຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບສະບັບ ເລກທີ 27/ປກສ ວ່າດ້ວຍການຕັ້ງຈຸດ ແລະ ປ້ອມກວດກາການສັນຈອນຕາມເສັ້ນທາງຫຼວງ ເຊີ່ງປະກອບມີ 13 ຂໍ້, ໃນນັ້ນ ໄດ້ລະບຸວ່າ ກໍາລັງຕໍາຫຼວດຈະລາຈອນທີ່ປະຈໍາຢູ່ບັນດາປ້ອມຍາມ ມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມການຈະລາຈອນ, ກວດກາພາຫະນະໃນຕົວເມືອງ ແລະ ນະຄອນ ຕ້ອງໃສ່ເຄື່ອງແບບ, ເຄື່ອງໝາຍ, ຕາມເຫຼົ່າລົບວິຊາສະເພາະຂອງຕົນຢ່າງຄົບຊຸດ.

ການນໍາໃຊ້ມາດຕະການຕໍ່ຜູ້ລະເມີດກົດໝາຍ ແລະ ດໍາລັດວ່າດ້ວຍກົດຈະລາຈອນ ສະບັບເລກທີ 615/ ລບ ຕ້ອງນໍາໃຊ້ 03 ມາດຕະການ ຄື: ສຶກສາອົບຮົມກ່າວເຕືອນ, ຂຽນໃບສາລະພາບ ເພື່ອເປັນບ່ອນອິງໃສ່ໃບປັບໃໝ, ແນະນໍາໃຫ້ຜູ້ຂັບຂີ່ໄປປັບປຸງແກ້ໄຂການລະເມີດຂອງຕົນເອງ, ມາດຕະການຕ້ອງກັກລົດ ແລະ ກັກຄົນ ຕ້ອງເຫັນວ່າມີການກະທໍາທີ່ລະເມີດເຊີ່ງໜ້າ ແລະ ເເຕະຕ້ອງເຖີງປະມວນກົດໝາຍອາຍາ, ການປັບໃໝ ຕ້ອງປະຕິບັດຕາມດໍາລັດວ່າດ້ວຍການປັບໃໝ ແລະ ມາດຕະການອື່ນ ຕໍ່ຜູ້ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຈາລະຈອນທາງບົກ ສະບັບເລກທີ 568/ລບ ຢ່າງເຂັ້ມງວດ.

About admins14