ບໍລິຄໍາໄຊ ຄອງອັນດັບທີ 13 ໃນງານແຂ່ງຂັນ ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11

ການແຂ່ງຂັນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 13 ທັນວາ ແລະ ອັດລົງຢ່າງເປັນທາງການໃນວັນທີ 21 ທັນວາ 2022.

ມະຫາກໍາກິລາຄັ້ງນີ້ ມີນັກກິລາຈາກ 18 ແຂວງ ແລະ 4 ກະຊວງ ເຂົ້າຮ່ວມ, ສໍາລັບແຂວງບໍລິຄໍາໄຊ ໄດ້ສົ່ງທີມກິລາເຂົ້້າຮ່ວມທັງໝົດ 10 ປະເພດກິລາ ຄື: ແລ່ນ – ລານ (ຍິງ-ຊາຍ), ບານຕະ (ຊາຍ), ເປຕັງ (ຍິງ-ຊາຍ), ມວຍລາວ (ຍິງ-ຊາຍ), ມວຍວູຊູ (ຍິງ-ຊາຍ), ມວຍສາກົນ (ຍິງ-ຊາຍ), ກະຕໍ້ (ຍິງ-ຊາຍ), ດອກປີກໄກ່ (ຊາຍ), ໝາກເສິກ (ຍິງ-ຊາຍ) ແລະ ກິລາ ກ໋ອບ (ຊາຍ).

ຜ່ານການແຂ່ງຂັນ ແຂວງບໍລິຄໍາໄຊ ໄດ້ຫຼຽນທັງໝົດ 20 ຫຼຽນ, ໃນນີ້ ກິລາໝາກເສິກ ໄດ້ 3 ຫຼຽນຄໍາ ແລະ 1 ຫຼຽນທອງ, ກິລາມວຍວູຊູ 2 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ, ກິລາມວຍລາວ 1 ຫຼຽນຄໍາ 1 ຫຼຽນເງິນ ແລະ 4 ຫຼຽນທອງ, ກິລາແລ່ນ – ລານຊາຍ 3 ຫຼຽນທອງ ແລະ ກິລາມວຍສາກົນ 1 ຫຼຽນທອງ, ຈັດຢູ່ອັນດັບ 13.

About admins14