ໄຊຈຳພອນ ສະຫຼຸບວຽກກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ

ກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດຮອບດ້ານ, ວຽກງານສາມສ້າງ ຕິດພັນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈໍາປີ 2021 ແລະ ທິດທາງແຜນການປີ 2022 ຂອງເມືອງ ໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ຈັດຂື້ນໃນວັນທີ 3 ກູມພາ 2022 ຢູ່ສະໂມສອນຂອງເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ, ທ່ານ ໂກ່ ໄຊສົມບັດ ເຈົ້າເມືອງໄຊຈຳພອນ, ມີຄະນະຊີ້ນຳວຽກງານກໍ່ສ້າງຮາກຖານຂັ້ນແຂວງ, ຄະນະຮັບຜິດຊອບຂັ້ນເມືອງ, ນາຍບ້ານ ບ້ານໃຫຍ່ ເຂົ້າຮ່ວມ.

ເມືອງໄຊຈໍາພອນ ມີ 17 ບ້ານ, ແບ່ງອອກເປັນ 4 ກຸ່ມບ້ານ ມີ 1.834 ຄອບຄົວ, ພົນລະເມືອງ 11.022 ຄົນ, ຍິງ 5.315 ຄົນ, ຄະນະຮັບຜິດຊອບກຸ່ມບ້ານ ໄດ້ນໍາເອົານິຕິກໍາຂອງຂັ້ນເທິງ, ການແກ້ໄຂ 4 ເຖື່ອນ ຕິດພັນກັບ 9 ຫົວຂໍ້ສຳມະນາວິທະຍາສາດຂອງແຂງ ລົງເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ – ສັງຄົມຂອງລັດ ແຕ່ລະໄລຍະລົງເຄື່ອນໄຫວຕາມ 4 ເນື້ອໃນ 4 ຄາດໝາຍ, ປ່ອຍເງິນກອງທຶນສົ່ງເສີມການປູກ, ການລ້ຽງ ມູນຄ່າ 300.951.000 ກີບ, ເກັບຕົ້ນທືນໄດ້ 269.582.000ກີບ ແລະ ຍັງຄ້າງຊໍາລະ 31.369.000 ກີບ, ສ້າງກອງທືນໃໝ່ 7 ກອງທືນ, ປ່ອຍໃຫ້ກູ້ຢືມ 210.810.000 ກີບ, ຍອດເຫຼືອຂອງກອງທືນ 58.772.000ກີບ.

ມາຮອດປະຈຸບັນ ທົ່ວເມືອງມີຄອບຄົວພົ້ນທຸກ 1,115 ຄອບຄົວເທົ່າ 60,80%, ບໍ່ທັນພົ້ນທຸກ 705 ຄອບຄົວກວມ 38,44%, ຄອບຄົວອານະຖາ 14 ຄອບຄົວ ເທົ່າກັບ 0,76% ຂອງຄອບຄົວທັງໝົດ, ຄອບຄົວພັດທະນາ 956 ຄອບຄົວ ເທົ່າກັບ 52,13%, ມີບ້ານພົ້ນທຸກ 2 ບ້ານເທົ່າກັລ 11,76% ແລະ ບ້ານບໍ່ທັນພົ້ນທຸກ 15 ບ້ານ ເທົ່າກັບ 88,23%.

ສັງລວມແລ້ວ ບັນດາຄາດໝາຍແຕ່ລະດ້ານ ບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້ ປັດໃຈເກີດມາຈາກທີ່ຕັ້ງພູມສັນຖານຂອງເມືອງ ແມ່ນເປັນເມືອງພູດອຍ ແຕກຕ່າງກັບເມືອງອື່ນໆ, ລະບົບພື້ນຖານໂຄງລ່າງຍັງບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ, ພື້ນທີ່ທຳການຜະລິດຂອງປະຊາຊົນມີຈຳກັດ ແລະ ບັນຫາອື່ນໆທີ່ປິ່ນອ້ອມ.

ກອງປະຊຸມຄັ້ງນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກຄະນະຮັບຜິດຊອບກຸ່ມບ້ານ, ຄະນະຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ ເປັນການແລກປ່ຽນຖອດຖອນບົດຮຽນເຊີ່ງກັນ ແລະ ກັນ ແລະ ເປັນບ່ອນອິງໃນການຈັດຕັ້ງຜັນຂະຫຍາຍແຜນປະຈຳປີ 2022.

ໃນຕອນທ້າຍ ທ່ານ ວັນວິໄລ ແດນພູຫຼວງ ຮອງເລຂາພັກແຂວງ ໄດ້ຊີ້ນຳໃຫ້ຄະນະພັກເມືອງ, ພະນັກງານກໍ່ສ້າງຮາກຖານການເມືອງ ອຳນາດການປົກຄອງຂັ້ນບ້ານ ຕ້ອງເປັນເຈົ້າການສືບຕໍ່ນໍາເອົາແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ກົດໝາຍຂອງລັດ ລົງເຜີຍແຜ່ຢ່າງຕໍ່ເນື່ອງໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈ, ກວດກາ, ປັບປຸງ 5 ໜ່ວຍງານຂັ້ນບ້ານໃຫ້ມີຄວາມເຂັ້ມແຂງ, ປຸກລະດົມປວງຊົນເປັນເຈົ້າການວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບຢ່າງຮອບດ້ານ ໃຫ້ຫຼາຍຂຶ້ນກວ່າເກົ່າ, ນໍາໃຊ້ທ່າແຮງບົ່ມຊ້ອນພາຍໃນເມືອງເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ຍູ້ແຮງການຜະລິດຂອງປະຊາຊົນດ້ວຍການປູກພືດຕາມລະດູການໃຫ້ເປັນສິນຄ້າ, ເປັນເຈົ້າການຊຸກຍູ້ບັນດາຕົວຊີ້ບອກ ທີ່ຍັງບໍ່ທັນບັນລຸໃຫ້ສໍາເລັດຕາມແຜນທີ່ໄດ້ກໍານົດໄວ້, ພ້ອມນັ້ນ ຕ້ອງເປັນເຈົ້າການໃນການຜັນຂະຫຍາຍ 2 ວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.

About admins14