ເມືອງປາກຊັນ ເປີດການຮຽນ-ການສອນ ມັດທະຍົມຕອນຕົ້ນບໍາລຸງປະຊາຊົນ ປະຈໍາປີ 2022

ໃນວັນທີ 3 ກຸມພາ 2022 ຢູ່ທີ່ໂຮງຮຽນ ມັດທະຍົມຕອນຕົ້ນນາເຂົ້າລົ້ມ ເມືອງປາກຊັນ ແຂວງບໍລິຄຳໄຊ ໄດ້ຈັດທິພີ ເປີດການຮຽນ – ການສອນ ແບບເຊິ່ງໜ້າ ຂອງຊັ້ນມັດທະຍົມຕອນຕົ້ນບໍາລຸງປະຊາຊົນ ໂດຍການເປັນປະທານຂອງທ່ານ ບົວລອຍ ແກ້ວໃຈບຸດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກຊັນ, ມີໜ່ວຍງານການສຶກສານອກໂຮງຮຽນຂອງເມືອງ, ຜູ້ອໍານວຍການໂຮງຮຽນ, ເລຂາພັກບ້ານ ທັງ 4 ບ້ານເປົ້າໝາຍ, ຄູ – ອາຈານທີ່ຖືກແຕ່ງຕັ້ງໃນການສິດສອນບໍາລຸງ ແລະ ກຸ່ມເປົ້າໝາຍ ເຂົ້າຮ່ວມ.

ທ່ານ ສົມຈິດ ວົງວິໄລ ວິຊາການໜ່ວຍງານການສຶກສານອກໂຮງຮຽນ ເມືອງປາກຊັນ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ການເປີດການຮຽນ – ການສອນມັດທະຍົມຕອນຕົ້ນບໍາລຸງປະຊາຊົນ ທົ່ວເມືອງປາກຊັນ ປີນີ້ແມ່ນໄດ້ຈັດຢູ່ໂຮງຮຽນມັດທະຍົມຕອນຕົ້ນນາເຂົ້າລົ້ມ ໂດຍມີຄູ – ອາຈານທີ່ຖືກແຕ່ງຕັ້ງຈາກຫ້ອງການສຶກສາທິການ ແລະ ກິລາເມືອງ ຢູ່ໂຮງຮຽນແຫ່ງດັ່ງກ່າວ ເປັນຜູ້ສິດສອນ.

ຈໍານວນກຸ່ມເປົ້າໝາຍທີ່ມາຮຽນ ແມ່ນມາຈາກ 4 ບ້ານ ຄື: ບ້ານນາເຂົ້າລົ້ມ, ບ້ານນາໄໝ, ບ້ານຄໍາບອນ ແລະ ບ້ານຄໍາໄຜ່ ເຊິ່ງມີຈໍານວນນັກຮຽນທັງໝົດ 35 ຄົນ ຍິງ 26 ຄົນ, ການສອນບໍາລຸງແມ່ນຖືເອົາ 2 ວັນຕໍ່ອາທິດ ຄື: ວັນສຸກ ແລະ ວັນເສົາ ມື້ໜຶ່ງຮຽນ 8 ຊົ່ວໂມງ.

ເນື່ອງຈາກວ່າ ປະຈຸບັນນີ້ມີການລະບາດຂອງພະຍາດໂຄວິດ-19 ຈິ່ງເຮັດໃຫ້ຄວາມພ້ອມໃນການເປີດຮຽນບໍາລຸງມັດທະຍົມຕົ້ນປະຊາຊົນປີນີ້ ບໍ່ໄປຕາມແຜນທີ່ໄດ້ກໍານົດໄວ້, ແຕ່ເຖີງຢ່າງໃດກໍ່ຕາມ ກໍ່ຕ້ອງໄດ້ເອົາໃຈໃສ່ນຳພາ – ຊີ້ນຳ ຄູອາຈານທີ່ຮັບຜິດຊອບໃນການສິດສອນໃຫ້ໄປຕາມແຜນການ ແລະ ໂຄງການຫຼັກສູດການຮຽນ – ການສອນ ກອງກົມການສຶກສານອກໂຮງຮຽນ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ວາງອອກ ແລະ ພ້ອມກັນປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຕາມຄະນະສະເພາະກິດຂັ້ນເມືອງວາງອອກຢ່າງເຂັ້ມງວດ.

About admins16