ກອງປະຊຸມ ປຶກສາຫາລືການເຄື່ອນໄຫວວຽກງານ ອຸທິຍານແຫ່ງຊາດພູເຂົາຄວາຍ

    ວັນທີ 2 ກຸມພາ 2022 ໄດ້ຈັດກອງປະຊຸມປຶກສາຫາລື ການເຄື່ອນໄຫວວຽກງານ ອຸທິຍານແຫ່ງຊາດພູເຂົາຄວາຍ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການປົກຄອງ ເມືອງທ່າພະບາດ ແຂວງບໍລິຄຳໄຊ,  ໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມສົດ ແສງອາພອນ ເຈົ້າເມືອງທ່າພະບາດ, ໂດຍມີຄະນະທີມງານປະສານງານອຸທິຍານແຫ່ງຊາດພູເຂົາຄວາຍ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ບັນດາຫົວໜ້າຫ້ອງການອ້ອມຂ້າງເມືອງ, ຄະນະບ້ານ 20 ບ້ານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ເພື່ອເປັກການດຳເນີນວຽກງານການຄຸ້ມຄອງປົກປັກຮັກສາ ຊັບພະຍາກອນປ່າໄມ້ ໃນອຸທິຍານແຫ່ງຊາດ ໃຫ້ມີຄວາມຍືນຍົງ ລັດຖະບານແຫ່ງ ສປປ ລາວ ໄດ້ຍົກລະດັບປະເພດປ່າສະຫງວນແຫ່ງຊາດຂື້ນເປັນອຸທິຍານແຫ່ງຊາດແຫ່ງໃໝ່ອີກ 1 ແຫ່ງ ໃນທ້າຍ ປີ 2021 ຄື: ອຸທິຍານແຫ່ງຊາດພູເຂົາຄວາຍ.

ອຸທິຍານແຫ່ງຊາດດັ່ງກ່າວ ໄດ້ປະເມີນການຈັດປະເພດປ່າສະຫງວນ ຕາມຮູບແບບຂອງສາກົນ, ຈຸດປະສົງ ເພື່ອແນ່ໃສ່ຄຸ້ມຄອງປົກປັກຮັກສາຊັບພະຍາກອນປ່າໄມ້, ສັດນ້ຳ – ສັດປ່າ ແລະ ຊີວະນາໆພັນໃນເຂດອຸທິຍານແຫ່ງຊາດພູເຂົາຄວາຍ ຕາມແຜນຈັດປະເພດປ່າສະຫງວນຂອງສາກົນ ( ເປັນປະເພດປ່າສະຫງວນ ປະເພດ 2 ອຸທິຍານແຫ່ງຊາດ ) ຂອງລັດຖະບານແຫ່ງ ສປປລາວ.

ໃນກອງປະຊຸມ ຄະນະທີມງານປະສານງານອຸທິຍານແຫ່ງຊາດ ໄດ້ຂື້ນຜ່ານເອກະສານບົດບັນທຶກ ການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງປ່າສະຫງວນແຫ່ງຊາດພູເຂົາຄວາຍລະຫວ່າງກະຊວງກະສິກຳ – ປ່າໄມ້ ແລະ ກະຊວງປ້ອງກັນປະເທດ ແລະ ຜ່ານກອບໜ້າວຽກຂອງທີມງານການປະສານງານ,

About admin11