ປະມູນ ໂຄງການກໍ່ສ້າງຂົວບ໋ອກ ຂ້າມນ້ຳອ້ອນ ເມືອງໄຊຈຳພອນ

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມ ຂອງຫ້ອງການໂຍທາທິການ ແລະ ການຂົນສົ່ງ ເມືອງໄຊຈຳພອນ ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມ ເປີດຊອງປະມູນ ໂຄງການກໍ່ສ້າງ ຂົວບ໋ອກຂ້າມນ້ຳອ້ອນຂື້ນ ໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ຄຳໄຊ ຕຸນາລົມ ຮອງເຈົ້າເມືອງໄຊຈຳພອນ, ປະທານຊີ້ນຳແຜນງານລາວ/030 ປະຈຳເມືອງ, ມີຄະນະກຳມະການຈາກບັນດາຫ້ອງການທີ່ກ່ຽວຂ້ອງ ແລະ ບໍລິສັດ ເຂົ້າຮ່ວມ.

ເພື່ອປະຕິບັດຕາມຂໍ້ຕົກລົງຂອງທ່ານເຈົ້າເມືອງໄຊຈຳພອນ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການ, ອະນຸກຳມະການປະມູນການຈັດຊື້-ຈັດຈ້າງໂຄງການກໍ່ສ້າງ ຂົວບ໋ອກ ຂ້າມນ້ຳອ້ອນ ເມືອງໄຊຈຳພອນ ເລກທີ 074/ມຊພ ລົງວັນທີ 17 ພຶດສະພາ 2021.

ເມືອງໄຊຈຳພອນ ຈື່ງຈັດກອງປະຊຸມ ເປີດຊອງປະມູນຂື້ນ ໂດຍມີ 4 ບໍລິສັດເຂົ້າຮ່ວມ:  ບໍລິສັດ ສິງນຳຈະເລີນຄົບວົງຈອນ ຈຳກັດຜູ້ດຽວ, ບໍລິສັດ ກໍ່ສ້າງຂົວ-ທາງຫຼວງພະບາງ ເລກ1, ບໍລິສັດ ນິລັນກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ແລະ ບໍລິສັດຄຳພູ ກໍ່ສ້າງຂົວ-ທາງ ຈຳກັດຜູ້ດຽວ.

ໂດຍປະຕິບັດຕາມລະບຽບການ ຂອງການດຳເນີນການປະມູນ ຄະນະກຳມະການ ຈະໄດ້ດຳເນີນການກວດກາເອກະສານ ເຊັ່ນ:໊ ໃບທະບຽນວິສາຫະກິດ, ໃບອານຸຍາດດຳເນີນທຸລະກິດ, ທະບຽນອາກອນ, ໃບຄໍ້າປະກັນການປະມູນ 2% ແລະ ເອກະສານຕ່າງໆ ແລ້ວຈະແຈ້ງໃຫ້ບໍລິສັດພາຍຫຼັງການກວດກາສຳເລັດ.

ໂຄງການດັ່ງກ່າວ ໃຫ້ທຶນໂດຍ ລັດຖະບານແຫ່ງ ຣາຊະອານາຈັກ ລຸກຊໍາບວກ ເຊິ່ງເປັນໂຄງການແຜນງານພັດທະນາທ້ອງຖິ່ນ ແຂວງບໍລິຄຳໄຊ  LAO/030.

 

About admin11