ໄຊຈຳພອນ ປະຖາກະຖາ ວັນແມ່ຍິງສາກົນ ຄົບຮອບ 111 ປີ

 

ໃນຕອນເຊົ້າຂອງວັນທີ 03 ມີນາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການເມືອງໄຊຈໍາພອນ ແຂວງບໍລິຄຳໄຊ ໄດ້ຈັດພິທີປະຖາກະຖາ ວັນແມ່ຍີງສາກົນ 08 ມີນາ ຄົບຮອບ 111 ປີ ( 08 ມີນາ 1910 – 08 ມີນາ 2021 ) ໂດຍເປັນກຽດຫວນຄືນມູນເຊື້ອຂອງວັນດັ່ງກ່າວ ຂອງ ທ່ານ ອຸດົມ ໄຊຍວນຕາ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານ ມີປະທານສະຫະພັນແມ່ຍິງ, ພະນັກງານລັດຖະກອນ, ສະມາຊິກສະຫະພັນເເມ່ຍິງທົ່ວເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ປະທານ ໄດ້ນໍາເອົາປະຫວັດຄວາມເປັນມາ ຂອງວັນແມ່ຍີງສາກົນ ມາເລົ່າຫຍໍ້ບາງຕອນວ່າ: ໃນທ່າມກາງສະພາບເສດຖະກິດ ພວກສັກດີນາ ແລະ ນາຍທຶນ ຂະຫຍາຍຕົວ,  ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທືນ ແຕ່ພັດຍິ່ງເພີ່ມຄວາມທຸກຍາກ ລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນຜູ້ຍີງ, ຢູ່ພາຍໃຕ້ລະບອບສັກດີນາ – ນາຍທຶນ ແມ່ຍີງຖຶກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ ບໍ່ມີລະບົບປົກປັກຮັກສາສຸຂະພາບຂອງແມ່ຍີງ ແລະ ເດັກນ້ອຍ.

ນອກນັ້ນ ແມ່ຍິງຍັງໄດ້ດູຖຶກມີ່ນປະຫມາດ, ຖືກຖືເປັນສີນຄ້າ, ເປັນເຄື່ອງຫຼີ້ນ, ຖືກຂົ່ມຂືນທຳສຳເລົາ ແລະ ໄລ່ອອກຈາກວຽກໃນເວລາຖືພາ, ເວລາເກີດລູກ ຫຼື ເຈັບເປັນ ກໍ່ບໍ່ໄດ້ຮັບການປີ່ນປົວ.

ໂດຍທົ່ວໄປແລ້ວ ແມ່ຍີງຊາວຜູ້ອອກແຮງງານໃນທົ່ວໂລກ ລ້ວນແຕ່ເປັນຜູ້ດຸໝັ່ນ ຂະຫຍັນພຽນໃນການຜະລິດເຂົ້າ, ປາ, ອາຫານ ແລະ ເຄື່ອງຂອງອື່ນໆ ເພື່ອລ້ຽງດູຄອບຄົວ ແລະ ສັງຄົມ ແຕ່ບໍ່ໄດ້ຮັບການເອົາໃຈໃສ່ເບີ່ງແຍງດູແລຈາກສັງຄົມ.

ຕໍ່ໜ້າສະພາບການ ແລະ ຄວາມທຸກທໍລະມານດັ່ງກ່າວ ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນ ລຸກຂື້ນຕໍ່ສູ້ ປະທ້ວງໃຫ້ພວກນາຍທຶນ ຊື່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າມີການພັດທະນານັບມື້ນັບດີຂື້ນ.

ໃນວັນທີ 8 ມີນາ 1899, ຊາວກໍາມະກອນແມ່ຍິງຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ທີ່ເມືອງນິວຢອກ ສະຫະລັດອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຄັດຄ້ານຕໍ່ການໃຫ້ຄ່າແຮງງານ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ, ການປະທ້ວງຄັ້ງນັ້ນ ຖືກຕໍາຫລວດເຂົ້າສະລາຍ ແລະ ຈັບກຸມຈໍານວນຫນຶ່ງ.

      ໃນວັນທີ 8 ມີນາ 1908, ແມ່ຍິງ ຈໍານວນ 15,000 ຄົນ ໄດ້ເດີນຂະບວນ ຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທຶນ ຫລຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະຫມັກເລືອກຕັ້ງ, ການເດີນຂະບວນຄັ້ງນີ້ແມ່ນພາຍໃຕ້ຄໍາຂວັນ: “ເຂົ້າຈີ່ ແລະ ດອກກຸຫລາບ” ເຂົ້າຈີ່: ຫມາຍເຖິງເສດຖະກິດດີຂຶ້ນ, ດອກກຸຫລາບ: ຫມາຍເຖິງ ຄຸນນະພາບຊີວິດດີຂຶ້ນ.

ເດືອນ ກຸມພາ 1909 ແມ່ຍິງອາເມລິກາ ໄດ້ຈັດພິທີສະຫລອງວັນແມ່ຍິງສາກົນເປັນເທື່ອທໍາອິດ, ແມ່ຍິງໃນເມືອງ ນິວຢອກ 3,000 ຄົນ, ໄດ້ເຂົ້າຮ່ວມການຕໍ່ສູ້ຄັດຄ້ານລັດຖະບານ ທີ່ບໍ່ຍອມໃຫ້ແມ່ຍິງມີສິດຮັບເລືອກຕັ້ງ ການຕໍ່ສູ້ດັ່ງກ່າວ ໄດ້ເປັນການລະດົມນ້ຳໃຈຕໍ່ສູ້ຂອງແມ່ຍິງ ທີ່ຖືກກົດຂີ່ຂູດຮີດຢູ່ບັນດາປະເທດໃນທົ່ວໂລກ.

      ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກວ້າງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນ ຢູ່ໂກເປນ  ຮາກ ນະຄອນຫລວງຂອງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ເຂົ້າຮ່ວມ, ກອງປະຊຸມໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກປີ ເປັນວັນແມ່ຍິງສາກົນ.

ວັນທີ 8 ມີນາ ແມ່ນເຫດການ-ການເມືອງ ທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເຫມີພາບ ປະຊາທິປະໄຕ ຄືກັນກັບຜູ້ຊາຍທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂວັນ:“ ຜູ້ຫນຶ່ງ ເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກຄືກັນ ຕ້ອງໄດ້ຮັບເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບ ຂອງໂລກ.

ໃນພິທີ ຍັງໄດ້ເລົ່າເຖີງສະຫະພັນແມ່ຍິງລາວ ທີ່ຖຶກສ້າງຂື້ນໃນວັນທີ 20 ກໍລະກົດ 1955 ເຄື່ອນໄຫວພາຍໃຕ້ແນວທາງນະໂຍບາຍຂອງພັກ, ລັດຖະທໍາມະນູນ ແລະ ກົດໝາຍຂອງລັດ ໂດຍໄດ້ຜັນຂະຫຍາຍ ແຜນພັດທະນາເສດຖະກິດສັງຄົມ ແຕ່ລະໄລຍະ ຫັນມາເປັນແຜນພັດທະນາແມ່ຍີງແຫ່ງຊາດ ແລະ ວິໃສທັດ ພັດທະນາແມ່ຍີງລາວ ໃຫ້ມີບົດບາດເພື່ອສົ່ງເສີມຄວາມກ້າວໜ້າຂອງແມ່ຍີງ ແລະ ເດັກນ້ອຍ, ເພື່ອຄວາມສະເໜີພາບຍິງ-ຊາຍ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍີງ ແລະ ເດັກນ້ອຍ.

ສະຫະພັນແມ່ຍີງເມືອງໄຊຈຳພອນ ກໍ່ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ໂດຍໄດ້ຢືນຄຽງບ່າຄຽງໄລ່ກັບເພດຊາຍ ໃນການປົກປັກປ້ອງສິດຜົນປະໂຫຍດ ອັນຊອບທຳບໍ່ວ່າຢູ່ໃນໜ່ວຍງານຫ້ອງການ, ຄອບຄົວ ແລະ ສັງຄົມ, ໃນການປະຕິດບັດພາລະບົດບາດຂອງຕົນຢ່າງເຕັມສ່ວນ, ຜູ້ຍິງຫຼາຍທ່ານໄດ້ຮັບນາມມະຍົດ, ໄດ້ຮັບໃບກຽດຕິຄຸນ, ໄດ້ຮັບໃບຍ້ອງຍໍດີເດັ່ນ, ມີຄຸນງາມຄວາມດີ ຕໍ່ປະເທດຊາດບ້ານເມືອງ.

ຕອນທ້າຍພິທີ ໄດ້ມີການມອບໃບຍ້ອງຍໍໃຫ້ການຈັດຕັ້ງ ແລະ ແມ່ຍີງຜູ້ດີເດັ່ນ ພ້ອມມີການສ້າງຂະບວນການແຂ່ງຂັນກິລາດຶງເຊືອກ, ກິລາຢຽບໝາກປູມເປົ້າ ຊື່ງເປັນຂະບວນການພົດພື້ນ ຮັກສາໄດ້ຄວາມສາມັກຄີ ລະຫວ່າງສະຫະພັນແມ່ຍີງຂັ້ນເມືອງ.
9

About admin11